ອາເມລິກາ ທົບທວນຄືນບັນດາຜົນງານການຮ່ວມມືກັບຫວຽດນາມໃນໄລຍະ 25 ປີ ຜ່ານມາ

(VOVWORLD) - ປະຈຸບັນ ຫວຽດນາມ ແມ່ນຕະຫລາດສົ່ງອອກໃຫຍ່ອັນດັບທີ 6 ສຳລັບບັນດາປະເພດສິນຄ້າກ່ຽວກັບອາຫານ ແລະ ຜະລິດຕະພັນກະເສດຂອງ ອາເມລິກາ.

ອາເມລິກາ ທົບທວນຄືນບັນດາຜົນງານການຮ່ວມມືກັບຫວຽດນາມໃນໄລຍະ 25 ປີ ຜ່ານມາ - ảnh 1ການຜະລິດລົດໂອໂຕຢູ່ບໍລິສັດ Ford ຫວຽດນາມ (ຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດ Ford ອາເມລິກາ ແລະ ບໍລິສັດ Diesel ຊົງກົງ ຫວຽດນາມ) (ພາບ:vietnam+)

ວັນທີ 9 ກັນຍາ, ເນື່ອງໃນໂອກາດດຳເນີນກອງປະຊຸມ ລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະບັນດາກອງປະຊຸມກ່ຽວຂ້ອງ ແລະ 25 ປີ ແຫ່ງວັນສ້າງຕັ້ງການພົວພັນ ລະຫວ່າງ ຫວຽດນາມແລະອາເມລິກາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ມີສານອວຍພອນກອງປະຊຸມ ພ້ອມທັງທົບທວນຄືນບັນດາຜົນງານພົ້ນເດັ່ນໃນການຮ່ວມມືກັບຫວຽດນາມ.

ກ່ຽວກັບການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານການສຶກສາມະຫາວິທະຍາໄລ ລະຫວ່າງຫວຽດນາມ ແລະ ອາເມລິກາ ໄດ້ຊ່ວຍຊຸກຍູ້ການສ້າງຕັ້ງມະຫາວິທະຍາໄລ Fulbright ຢູ່ຫວຽດນາມ.

ໃນການຮ່ວມມືການປ້ອງກັນຄວາມສະຫງົບ, ຫວຽດນາມ ແລະອາເມລິກາ ໄດ້ແບ່ງປັນວິໄສທັດຍຸດທະສາດກ່ຽວກັບສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ລະບຽບກົດໝາຍ. ສອງຝ່າຍໄດ້ຮ່ວມມືໃນຫລາຍຂົງເຂດຄື: ຮັກສາສັນຕິພາບ, ຫນູນຊ່ວຍມະນຸດສະທຳ ຮັບມືກັບໄພພິບັດ, ຊອກຫາກູ້ໄພກູ້ຊີບ, ຄວາມໝັ້ນຄົງການເດີນທະເລ ແລະເສນາຮັກ.

ກ່ຽວກັບດ້ານເສດຖະກິດ, ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ປະຈຸບັນ ຫວຽດນາມແມ່ນຕະຫລາດສົ່ງອອກໃຫຍ່ອັນດັບ 6 ສຳລັບບັນດາປະເພດສິນຄ້າອາຫານ ແລະ ຜະລິດຕະພັນກະເສດຂອງ ອາເມລິກາ.  ຫວຽດນາມສືບຕໍ່ແມ່ນຕະຫລາດບໍລິໂພກຝ້າຍໃຫຍ່ສຸດຂອງ ອາເມລິກາ ດ້ວຍວົງເງິນນຳເຂົ້າແມ່ນ 1,4 ຕື້ USDໃນປີ 2019 ກວມເອົາເຖິງ 23% ການສົ່ງອອກຝ້າຍຂອງອາເມລິກາ ອອກສູ່ໂລກ.

ນອກນັ້ນກະຊວງການຕ່າງປະເທດ ອາເມລິກາ ຍັງເນັ້ນຫນັກວ່າ ປະເທດນີ້ ຍັງຄົງຮັກສາຄຳໝັ້ນສັນຍາແກ້ໄຂບັນດາບັນຫາມະນຸດສະທຳ ແລະນິຕິກຳກ່ຽວຂ້ອງເຖິງ ສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ