ອາເມລິກາ ທຳລາຍ ສາງອາວຸດເຄມີ ຂອງຊີຣີ ບົນທະເລ

ອາເມລິກາ ທຳລາຍ ສາງອາວຸດເຄມີ ຂອງຊີຣີ ບົນທະເລ - ảnh 1
(ພາບປະກອບ: AP)

(vovworld) – ວັນ​ທີ 30/11, ອົງການ​​ເກືອດ​ຫ້າມອາວຸດ​ເຄມີ (OPCW) ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ສະ​ເໜີ​ຮັບ​ທຳລາຍ​ສ່ວນ​ໜຶ່ງຂອງ​ປະລິມານ​ອາວຸດ​ເຄມີ​​ໃນ​ສາງ​ອາວຸດ​ຂອງ​ອຳນາດ​ການ​ປົກຄອງ​ຊີຣີ ​ແລະ ​ເລື່ອງ​ທຳລາຍ​ຄາດ​ວ່າ​ຈະ​ໄດ້​ປະຕິບັດ​ໃນ​ກໍ່າ​ປັ່ນ​ລຳ​ໜຶ່ງ​ຢູ່​ກາງທະ​ເລ ອາ​ເມ​ຕາຣາ​​ເນ. ຄຳຖະ​ແຫຼ​ງຂອງ OPCW ຊີ້​ແຈ້ງວ່າ, ການ​ເຄື່ອນ​ໄຫວ​ທຳລາຍ​ອາວຸດ​ເຄມີ​ຂອງ​ຊີຣີ ຈະ​ໄດ້​ຮັບ​ການ​ປະຕິບັດ​ໃນ​ກໍ່າ​ປັ່ນ​ລຳ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ ຢູ່ກາງ​ທະ​ເລ​. ປະລິມານ​ອາວຸດ​​ເຄມີເຊິ່ງອາ​ເມ​ລິ​ກາ ຮັບ​ທຳລາຍ​​ແມ່ນ​ປະ​ເພດ​ໜັກ​ປະມານ 500 ​ໂຕນ. ສຳລັບ​ປະ​ມານ 800 ​ໂຕນ​ຍັງ​ເຫຼືອ​ແມ່ນ​ປະ​ເພດ​ມີ​ຄວາມ​ອັນຕະລາຍ​ຕໍ່າ​ກວ່າ, OPCW ​ໃຫ້​ຮູ້​ວ່າ ​ໄດ້​ມີ 35 ກຸ່ມ​ບໍລິສັດ​ຢາກ​ເຂົ້າ​ຮ່ວມ​ວຽກ​ງານ​ທຳລາຍ. ຕາມ​​ແຜນ​ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ​ຊີຣີ ​ໂດຍ​ສະພາ​ບໍລິຫານ OPCW ​ແມ່ນ​ຈະສຳ​ເລັດ​ວຽກ​ງານ​ນີ້​ໃນ​ວັນ​ທີ 30/06/2014.

ຂ່າວ/ບົດ​ອື່ນ