ອາ​ເມ​ລິ​ກາ ບຸກ​ໂຈ​ມ​ຕີ​ທາງ​ອາ​ກາດ​ແນ​ໃສ່​ບັນ​ດາ​ເປົ້າ​ໝາຍ​ຂອງ​ກຸ່ມ​ທະ​ຫານ​ປະ​ຊາ​ຊົນ ໂດຍ ອີ​ຣານ ໜູນຫຼັງ ຢູ່ ຊີ​ຣີ ແລະ ອີ​ຣັກ

(VOVWORLD) -ວັນທີ 27 ມິຖຸນາ, ອາເມລິກາ ໄດ້ດໍາເນີນບັນດາການບຸກໂຈມຕີທາງອກາດ ແນໃສ່ບັນດາເປົ້າໝາຍຂອງ ສອງກຸ່ມທະຫານລາດ ໂດຍ ອີຣານ ໜູນຫຼັງ ຢູ່ ຊີຣີ ແລະ ອີຣັກ. 
ອາ​ເມ​ລິ​ກາ ບຸກ​ໂຈ​ມ​ຕີ​ທາງ​ອາ​ກາດ​ແນ​ໃສ່​ບັນ​ດາ​ເປົ້າ​ໝາຍ​ຂອງ​ກຸ່ມ​ທະ​ຫານ​ປະ​ຊາ​ຊົນ ໂດຍ ອີ​ຣານ ໜູນຫຼັງ ຢູ່ ຊີ​ຣີ ແລະ ອີ​ຣັກ - ảnh 1(ພາບປະກອບ:  ABC)

ທຳນຽບຫ້າແຈໃຫ້ຮູ້ວ່າ ບັນດາຮາກຖານບັນຈຸອາວຸດ ແລະ ອຸປະກອນຕ່າງໆຢູ່ ສະຖານທີ່ສາມແຫ່ງໃກ້ກັບຊາຍແດນລະຫວ່າງ ຊີຣີ ແລະ ອີຣັກ ຈະແມ່ນເປົ້າໝາຍຂອງການບຸກໂຈມຕີທາງອາກາດຄັ້ງຕ່າງໆຂອງ ອາເມລິກາ. ບັນດາຮາກຖານດັ່ງກ່າວ ໂດຍສອງກຸ່ມທະຫານລາດ Kataib Hezbollah ແລະ Kata’ib Sayyid al – Shuhada ນຳໃຊ້.

        ທ່ານ John Kirby ໂຄສົກຂອງທຳນຽບຫ້າແຈ ໃຫ້ຮູ້ວ່າ ອາເມລິກາ ໄດ້ມີການກະທຳໂດຍຈຳເປັນ, ເໝາະສົມ ແລະ ມີການຄິດໄລ່ຊັ່ງຊາ ເພື່ອແນໃສ່ຈຳກັດຄວາມສ່ຽງປີນຂັ້ນໄດ. ທ່ານກໍເນັ້ນໜັກວ່າ, ສຳລັບການກະທຳດັ່ງກ່າວ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຊີ້ແຈ້ງວ່າ ທ່ານຈະມີການກະທຳເພື່ອປົກປ້ອງພົນທະຫານ ອາເມລິກາ. ຕາມທ່ານ John Kirby ແລ້ວ, ຄຳຕັດສິນຂອງທ່ານປະທານາທິບໍດີ ແມ່ນແນໃສ່ນາບຂູ່ບັນດາເຫດບຸກໂຈມຕີຂອງບັນດາກຸ່ມທະຫານ ໂດຍ ອີຣານ ໜູນຫຼັງ ເພື່ອແນໃສ່ຜົນປະໂຫຍດຂອງ ອາເມລິກາ ຢູ່ ອີຣັກ.

ນັກຂ່າວ VOV ປະຈຳ ອາເມລິກາ

 

 

ຕອບກັບ

ຂ່າວ/ບົດ​ອື່ນ