ອາ​ເມ​ລິ​ກາ ບໍ່​ຈັດ​ວາງ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ກຸ້ງ​ສົ່ງ​ອອກ​ຂອງ​ບໍ​ລິ​ສັດ ມິນ​ຝູ ແມ່ນ​ການ​ຕັດ​ສິນ​ທີ່​ພາ​ວະ​ວິ​ໄສ ແລະ ຍຸ​ຕິ​ທຳ

(VOVWORLD) - ອາເມລິກາ ຫາກໍອອກຂໍ້ຕົກລົງວ່າດ້ວຍການບໍ່ຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນກຸ້ງສົ່ງອອກຂອງບໍລິສັດສິນໃນນ້ຳ ມິນຝູ ຂອງ ຫວຽດນາມ. ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ ນີ້ແມ່ນການຕັດສິນທີ່ມີລັກສະນະພາວະວິໄສ ແລະ ຍຸຕິທຳ.
ອາ​ເມ​ລິ​ກາ ບໍ່​ຈັດ​ວາງ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ກຸ້ງ​ສົ່ງ​ອອກ​ຂອງ​ບໍ​ລິ​ສັດ ມິນ​ຝູ ແມ່ນ​ການ​ຕັດ​ສິນ​ທີ່​ພາ​ວະ​ວິ​ໄສ ແລະ ຍຸ​ຕິ​ທຳ - ảnh 1ລະບົບປຸງແຕ່ງກຸ້ງ ຂອງ ບໍລິສັດ ມິນຝູ (ພາບ: TTXVN)

ວັນທີ 11 ກຸມພາ ປີ 2021, ອົງການພາສີ ແລະ ຊາຍແດນ ອາເມລິກາ (CBP) ໄດ້ປະກາດຂໍ້ຕົກລົງກ່ຽວກັບເລື່ອງບໍ່ມີຫຼັກຖານເພື່ອຢັ້ງຢືນວ່າ ບໍລິສັດສິນໃນນ້ຳ ມິນຝູ ຫຼີກລ້ຽງພັນທະເສຍພາສີຕ້ານການຂາຍບຸບລາຄາ ເຊິ່ງ ອາເມລິກາ ໄດ້ຈັດວາງ ສຳລັບກຸ້ງຂອງ ອິນເດຍ. ອົງການພາສີ ແລະ ຊາຍແດນ ອາເມລິກາ ຈະພິຈາລະນາ, ດັດປັບມາດຕະການທີ່ໄດ້ປະກາດໃຊ້ໃນວັນທີ 13 ຕຸລາ ປີ 2020 ເພື່ອບໍ່ຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນກຸ້ງສົ່ງອອກຂອງບໍລິສັດ ມິນຝູ.

        ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຊົມເຊີຍການຕັດສິນດັ່ງກ່າວ ແລະ ຖືວ່າ ຂໍ້ຕົກລົງດັ່ງກ່າວ ຈະຊ່ວຍສ້າງສະພາບແວດລ້ອມແກ້ງແຍ້ງທີ່ປອດໃສລະຫວ່າງບັນດາບໍລິສັດຜະລິດກຸ້ງ ອາເມລິກາ ແລະ ບັນດາບໍລິສັດສົ່ງອອກຂອງຕ່າງປະເທດ. ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະສືບຕໍ່ແລກປ່ຽນກັບບັນດາອົງການກ່ຽວຂ້ອງຂອງ ອາເມລິກາ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງຂະແໜງປູກລ້ຽງ, ປຸງແຕ່ງ ແລະ ສົ່ງອອກກຸ້ງຂອງ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ