ອາເມລິກາ ບັນລຸຂໍ້ຕົກລົງເປີດປະຕູລັດຖະບານຄືນໃໝ່

(VOVWORLD) -ລັດຖະບານເຄື່ອນໄຫວຄືນໃໝ່ເປັນເວລາ 3 ອາທິດ

ວັນທີີ 25 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ເຊັນຮັບຮອງເອົາຮ່າງກົດໝາຍໜູນຊ່ວຍງົບປະມານໃຫ້ລັດຖະບານເຄື່ອນໄຫວຄືນໃໝ່ເປັນເວລາ 3 ອາທິດ. ກ່ອນນັ້ນໜຶ່ງວັນ, ທ່ານປະທານາທິບໍດີ Donald Trump  ແລະ ພັກປະຊາທິປະໄຕ ບັນລຸໄດ້ຂໍ້ຕົກລົງນິຕິກໍາສະບັບໜຶ່ງ ໂດຍບໍ່ລະບຸບ້ວງງົບປະມານກໍ່ສ້າງກໍາແພງຊາຍແດນລະຫວ່າງ ອາເມລິກາ ແລະ ເມັກຊີໂກ. ເຖິງຢ່າງໃດກໍຕາມ, ຮ່າງກົດໝາຍສະບັບດັ່ງກ່າວ ມີກໍານົດເວລາແມ່ນ 03 ອາທິດ, ໝາຍຄວາມວ່າ ຮອດວັນທີ 15 ກຸມພາ ຈະມາເຖິງ, ເພື່ອໃຫ້ບັນດາລັດຖະສະພາ ແລະ ທໍານຽບຂາວ ປຶກສາຫາລື ກ່ຽວກັບຄວາມສະຫງົບປອດໄພເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ