ອາ​ເມ​ລິ​ກາ ປະ​ກາດ​ກ່ຽວ​ກັບ​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ ຕາ​ລີ​ບານ

(VOVWORLD) -ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 8 ຕຸລາ, ໂຄສົກຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າຮູ້: ບຸລິມະສິດຫຼັກໃນການພົບປະແມ່ນຮັບປະກັນສືບຕໍ່ອົບພະຍົບ ພົນລະເມືອງ ອາເມລິກາ ແລະ ປະເທດຕ່າງໆ ກໍ່ຄືຊາວອາບການິດສະຖານໃຫ້ປອດໄພ ເຊິ່ງ ອາເມລິກາໄດ້ ໃຫ້ຄຳໝັ້ນສັນຍາເປັນພິເສດ
ອາ​ເມ​ລິ​ກາ ປະ​ກາດ​ກ່ຽວ​ກັບ​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ ຕາ​ລີ​ບານ - ảnh 1ທ່ານ Amir Khan Muttaqi ລັດຖະມົນຕີການຕ່າງປະເທດ ຄົນໃໝ່ຂອງ ຕາລີບານ (ພາບ: AFP/TTXVN)

ໃນລະຫວ່າງວັນທີ 9 – 10 ຕຸລາ,ຢູ່ Doha (ກາຕາ), ວົງການເຈົ້າໜ້າທີ່ ອາເມລິກາ ໄດ້ມີການພົບປະກັບຜູ້ຕາງໜ້າຂັ້ນສູງຂອງ ກຳລັງຕາລີບານ, ປັດຈຸບັນພວມນຳພາ ອາບການິດສະຖານ. ນີ້ແມ່ນການພົບປະຂັ້ນສູງໂດຍກົງທຳອິດ ນັບແຕ່ ອາເມລິກາ ໄດ້ຖອນທະຫານອອກຈາກ ອາບການິດສະຖານ ກໍ່ຄືກຳລັງ ຕາລີບານ ຂຶ້ນກຳອຳນາດຄວບຄຸມປະເທດ ອາບການິດສະຖານ.

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 8 ຕຸລາ, ໂຄສົກຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າຮູ້: ບຸລິມະສິດຫຼັກໃນການພົບປະແມ່ນຮັບປະກັນສືບຕໍ່ອົບພະຍົບ ພົນລະເມືອງ ອາເມລິກາ ແລະ ປະເທດຕ່າງໆ ກໍ່ຄືຊາວອາບການິດສະຖານໃຫ້ປອດໄພ ເຊິ່ງ ອາເມລິກາໄດ້ ໃຫ້ຄຳໝັ້ນສັນຍາເປັນພິເສດ, ຮັບປະກັນວ່າ ຕາລີບານ ຈະປະຕິບັດຄຳໝັ້ນສັນຍາໂດຍປາສະຈາກ ການກໍ່ການຮ້າຍ ຫັນເອົາອາບການິດສະຖານກາຍເປັນ “ແປ້ນຢັນ” ເພື່ອນາບຂູ່ຄວາມໝັ້ນຄົງຂອງ ອາເມລິກາ ກໍ່ຄືສຳພັນທະມິດຂອງ ອາເມລິກາ, ຕາລີບານຕ້ອງເຄົາລົບສິດທິແມ່ຍິງ ແລະ ເດັກຍິງ, ສ້າງລັດຖະບານຕາງໜ້າຫຼາຍຝ່າຍ ແລະ ອະນຸຍາດໃຫ້ອົງການມະນຸດສະທຳສາກົນ ເຂົ້າໄປຍັງເຂດທີ່ຕ້ອງການຄວາມຊ່ວຍເຫຼືອ ໄດ້ຢ່າງເສລີ.

ຕອບກັບ

ຂ່າວ/ບົດ​ອື່ນ