ອາເມລິກາ ປະກາດຄຳສັ່ງຫ້າມນຳເຂົ້ານ້ຳມັນຂອງ ລັດເຊຍ

(VOVWORLD) -ວົງການນັກວິເຄາະຖືວ່າ ຂໍ້ຕົກລົງຂອງ ອາເມລິກາ ຈະເຮັດໃຫ້ເພີ່ມຜົນກະທົບຂອງບັ້ນການທະຫານທີ່ມີຕໍ່ເສດຖະກິດທົ່ວໂລກ
ອາເມລິກາ ປະກາດຄຳສັ່ງຫ້າມນຳເຂົ້ານ້ຳມັນຂອງ ລັດເຊຍ - ảnh 1ທ່ານປະທານາທິບໍດີ  Joe Biden ໄດ້ປະກາດຄຳສັ່ງຫ້າມນຳເຂົ້ານຳມັນຂອງ ລັດເຊຍ
(ພາບ: Nsenergy Business/TTXVN)

ໃນບົດກ່າວປາໄສໃນວັນທີ 08 ມີນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຄຳສັ່ງຫ້າມນຳເຂົ້ານຳມັນຂອງ ລັດເຊຍ ຢ່າງເປັນທາງການ ໃນສະພາບທີ່ ມົດສະກູ ພວມຜັນຂະຫຍາຍບັ້ນການທະຫານພິເສດຢູ່ຕາເວັນອອກ ຢູແກຼນ.

ວົງການນັກວິເຄາະຖືວ່າ ຂໍ້ຕົກລົງຂອງ ອາເມລິກາ ຈະເຮັດໃຫ້ເພີ່ມຜົນກະທົບຂອງບັ້ນການທະຫານທີ່ມີຕໍ່ເສດຖະກິດທົ່ວໂລກ ພາຍຫຼັງໂລກຕ້ອງຜ່ານຜ່າເລື່ອງຂາດແຫຼ່ງສະໜອງ ແລະ ລາຄາເພີ່ມຂຶ້ນ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ລາຄານ້ຳມັນຢູ່ ອາເມລິກາ ໄດ້ເພີ່ມຂຶ້ນລະດັບສະຖິຕິ, ຍູ້ໄພເງິນເຟີ້ຂຶ້ນສູງທີ່ສຸດໃນຮອບເວລາ 40 ປີຜ່ານມາ.

ພາຍຫຼັງຂໍ້ຕົກລົງຂອງລັດຖະບານ ອາເມລິກາ, ໃນວັນດຽວກັນລັດຖະບານ ອັງກິດ ກໍ່ແຈ້ງໃຫ້ຊາບວ່າ ປະເທດນີ້ຈະຢຸດຕິການນຳເຂົ້ານ້ຳມັນ ແລະ ບັນດາຜະລິດຕະພັນປຸງແຕ່ງຈາກນ້ຳມັນຂອງ ລັດເຊຍ ໃນທ້າຍປີ 2022.

ກໍ່ໃນວັນທີ 08 ມີນາ, ຄະນະກຳມະການເອີລົບ (EC) ໄດ້ປະກາດແຜນການຫຼຸດ 2/3 ປະລິມານນ້ຳມັນອາຍແກັດເຊິ່ງສະຫະພາບເອີລົບ (ອີຢູ) ນຳເຂົ້າຈາກ ລັດເຊຍ ໃນປີນີ້ ແລະ ຢຸດຕິການອີງໃສ່ແຫຼ່ງສະໜອງເຊື້ຶອໄຟຂອງ ລັດເຊຍ “ກ່ອນປີ 2030”.

ຕອບກັບ

ຂ່າວ/ບົດ​ອື່ນ