ອາ​ເມ​ລິ​ກາ ປະ​ກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ເພີ່ມ​ເຕີມ 300 ລ້ານ USD ໃຫ້​ແກ່ ຢູ​ແກຼນ

(VOVWORLD) - ວັນທີ 12 ມີນາ ໄດ້ປະກາດບ້ວງເງິນໜູນຊ່ວຍດ້ານການທະຫານຮອບໃໝ່ໃຫ້ແກ່ ຢູແກຼນ ໂດຍມີມູນຄ່າ 300 ລ້ານ USD, ລວມທັງລູກປືນໃຫຍ່, ລູກສອນໄຟປ້ອງກັນອາກາດ, ລະບົບຕ້ານລົດຫຸ້ມເກາ ແລະ ອາວຸດ, ຍຸດໂທປະກອນຫຼາຍປະເພດອື່ນໆອີກ.
ອາ​ເມ​ລິ​ກາ ປະ​ກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ເພີ່ມ​ເຕີມ 300 ລ້ານ USD ໃຫ້​ແກ່ ຢູ​ແກຼນ - ảnh 1ອາເມລິກາ ໜູນຊ່ວຍລູກສອນໄຟໃຫ້ແກ່ ຢູແກຼນ  (ພາບ: AFP/TTXVN)

ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Joe Biden, ວັນທີ 12 ມີນາ ໄດ້ປະກາດບ້ວງເງິນໜູນຊ່ວຍດ້ານການທະຫານຮອບໃໝ່ໃຫ້ແກ່ ຢູແກຼນ ໂດຍມີມູນຄ່າ 300 ລ້ານ USD, ລວມທັງລູກປືນໃຫຍ່, ລູກສອນໄຟປ້ອງກັນອາກາດ, ລະບົບຕ້ານລົດຫຸ້ມເກາ ແລະ ອາວຸດ, ຍຸດໂທປະກອນຫຼາຍປະເພດອື່ນໆອີກ.

   ການກະທຳດັ່ງກ່າວໄດ້ຍົກອອກມາພາຍຫຼັງຫຼາຍເດືອນທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ກ່າວເຕືອນແຫຼ່ງທຶນຊ່ວຍເຫຼືອໝົດກ້ຽງ ແລະ ບັນດາເຈົ້າໜ້າທີ່ໃຫ້ຮູ້ວ່າ ເລື່ອງມີແຫຼ່ງເງິນຊ່ວຍເຫຼືອໃໝ່ນີ້  ແມ່ນຍ້ອນປະຢັດຈາກສັນຍາອາວຸດສະບັບຕ່າງໆ. ທຳນຽບ 5 ແຈ ມີບ້ວງເງິນປະມານ 4 ຕື້ USD ເພື່ອສົ່ງໄປຍັງ ຢູແກຼນ, ລວມທັງ ອາວຸດ ແລະ ອຸປະກອນທີ່ໄດ້ເອົາມາໂດຍກົງຈາກສາງຂອງກະຊວງປ້ອງກັນປະເທດ. ແຕ່ວ່າ, ທຳນຽບ 5 ແຈ ຈຳເປັນຕ້ອງນຳໃຊ້ແຫຼ່ງເງິນດັ່ງກ່າວ ຍ້ອນບໍ່ມີເງິນເພື່ອຕື່ມໃສ່ສາງສະສົມຂອງ ອາເມລິກາ. ຕາມບັນດາເຈົ້າໜ້າທີ່ປ້ອງກັນປະເທດຂັ້ນສູງຂອງ ອາເມລິກາ ແລ້ວ, ນີ້ບໍ່ແມ່ນມາດຕະການຍາວນານ ແລະ ຍືນຍົງ ເພື່ອສະໜອງອາວຸດທີ່ຈຳເປັນໃຫ້ແກ່ ຢູແກຼນ ໃນສະພາບບັນດາການນຳພັກສາທາລະນະຢູ່ ສະພາຕ່ຳສືບຕໍ່ປະຕິເສດປະຕິບັດການປ່ອນບັດສຳລັບຮ່າງກົດໝາຍສະໜອງການຊ່ວຍເຫຼືອດ້ານການທະຫານເພີ່ມເຕີມ, ທີ່ມີມູນຄ່າກວ່າ 60 ຕື້ USD ດ້ວຍເຫດຜົນທີ່ວ່າ ອາເມລິກາ ຕ້ອງໃຫ້ບຸລິມະສິດໃນການແກ້ໄຂບັນດານະໂຍບາຍພາຍໃນ.  

ຕອບກັບ

ຂ່າວ/ບົດ​ອື່ນ