ອາເມລິກາ ປະກາດສັນຍາປະຕິບັດກໍ່ສ້າງ​ຕິດ​ຕັ້ງໃນຂອບເຂດໂຄງການກຳຈັດ ດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ ມີມູນຄ່າເກືອບ 29 ລ້ານ USD

(VOVWORLD) - ສັນຍາສະບັບນີ້ໂດຍ USAID ມອບໃຫ້ບໍລິສັດຫຸ້ນສ່ວນລົງທຶນ ແລະ ກໍ່ສ້າງ VINA E&C (ຫວຽດນາມ) ຮັບເໝົາ ເພື່ອປະຕິບັດໃນໄລຍະ 4 ປີ ດ້ວຍບັນດາຂັ້ນຕອນຄື: ຂຸດຕັກດິນ ແລະ ຕະກອນຖືກມົນລະພິດຢູ່ບໍລິເວນສະໜາມບິນ.
ອາເມລິກາ ປະກາດສັນຍາປະຕິບັດກໍ່ສ້າງ​ຕິດ​ຕັ້ງໃນຂອບເຂດໂຄງການກຳຈັດ ດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ ມີມູນຄ່າເກືອບ 29 ລ້ານ USD - ảnh 1ການຂຸດຕັກດິນ ແລະ ຕະກອນຖືກມົນລະພິດຢູ່ບໍລິເວນສະໜາມບິນ.(ພາບ: USAID ຫວຽດນາມ)

ວັນທີ 20 ທັນວາ, ຄະນະປະຕິບັດງານການທູດ ອາເມລິກາ ປະຈຳ ຫວຽດນາມ, ໂດຍຜ່ານອົງການພັດທະນາສາກົນ ອາເມລິກາ (USAID), ປະກາດສັນຍາສະບັບໜຶ່ງດ້ວຍມູນຄ່າເກືອບ 29 ລ້ານ USD ຊຶ່ງນອນໃນຂອບເຂດໂຄງການກຳຈັດດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ. ສັນຍາສະບັບນີ້ໂດຍ USAID ມອບໃຫ້ບໍລິສັດຫຸ້ນສ່ວນລົງທຶນ ແລະ ກໍ່ສ້າງ VINA E&C (ຫວຽດນາມ) ຮັບເໝົາ ເພື່ອປະຕິບັດໃນໄລຍະ 4 ປີ ດ້ວຍບັນດາຂັ້ນຕອນຄື: ຂຸດຕັກດິນ ແລະ ຕະກອນຖືກມົນລະພິດຢູ່ບໍລິເວນສະໜາມບິນ.

        ທ່ານ Aler Grubbs, ຜູ້ອຳນວຍການ USAID ຫວຽດນາມ ໃຫ້ຮູ້ວ່າ: ສັນຍາສະບັບນີ້ຈະປະຕິບັດສຳເລັດວຽກງານກະກຽມສຳຄັນ ກ່ອນທີ່ກ້າວເຂົ້າສູ່ໄລຍະປະຕິບັດຂອງໂຄງການ. ນີ້ແມ່ນສັນຍາໃຫຍ່ທີ່ສຸດຂອງ USAID ມອບໃຫ້ບໍລິສັດແຫ່ງໜຶ່ງຂອງ ຫວຽດນາມ.

        USAID ພວມຮ່ວມມືກັບກະຊວງປ້ອງກັນປະເທດ ຫວຽດນາມ ເພື່ອກຳຈັດມົນລະພິດໃນທີ່ດິນ ແລະ ຕະກອນທີ່ຕິດດີໂອຊິນຈຳນວນ 500.000 ແມັກກ້ອນຢູ່ພາຍໃນ ແລະ ນອກບໍລິເວນສະໜາມບິນ ບຽນຮ່ວາ. ປິ 2018, USAID ໄດ້ກຳຈັດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ ສຳເລັດຜົນ. ໂຄງການກຳຈັດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ ໄດ້ກຳຈັດທີ່ດິນ ແລະ ຕະກອນເປັນປະລິມານຫຼາຍທົບ 4 ເທົ່າເມື່ອທຽບໃສ່ໂຄງການກຳຈັດ ດີໂອຊິນ ຢູ່ສະໜາມບິນ ດານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ