ອາ​ເມ​ລິ​ກາ​ ປະ​ຕິ​ເສດ​ຄຳ​ຮ​ຽກ​ຮ້ອງ ​ຖອນກອງ​ທັບ​ອອກ​ຈາກ ອີ​ຣັກ

(VOVWORLD) -   ປະຈຸບັນມີນາຍທະຫານ ອາເມລິກາ 5.200 ຄົນ ທີ່ພວມມີໜ້າຢູ່ຖານທີ່ໝັ້ນແຫ່ງຕ່າງໆປະເທດ ອີຣັກ.
ອາ​ເມ​ລິ​ກາ​ ປະ​ຕິ​ເສດ​ຄຳ​ຮ​ຽກ​ຮ້ອງ ​ຖອນກອງ​ທັບ​ອອກ​ຈາກ ອີ​ຣັກ - ảnh 1ທະຫານ ອາເມລິກາ ທີ່ພວມມີໜ້າຢູ່ປະເທດ ອີຣັກ (ພາບ: The Times of Israel)

ວັນທີ 10 ມັງກອນ, ອາເມລິກາ ໄດ້ປະຕິເສດຄຳຮຽກຮ້ອງ ຂອງ ອີຣັກ ທີ່ສະເໜີໃຫ້ ທະຫານອາເມລິກາ ຖອນຕົວອອກຈາກປະເທດນີ້ ແລະ ໃຫ້ຮູ້ວ່າພວມຊັ່ງຊາ ຄວາມສາມາດເປີດກ້ວາງການມີໜ້າຂອງ NATO ຢູ່ ອີຣັກ. ທີ່ການເຈລະລາຈາທາງໂທລະສັບໃນວັນທີ 9 ມັງກອນ ກັບທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, ທ່ານ Adel Abdul Mahdi ນາຍົກລັດຖະມົນຕີ ອີຣັກ ໄດ້ຮຽກຮ້ອງໃຫ້ ອາເມລິກາ ຖອນທະຫານອອກຈາກອີຣັກ ຕາມມະຕິທີ່ ສະພາແຫ່ງຊາດ ອີຣັກ ໄດ້ຮັບຮອງເອົາ ໃນອາທິດຜ່ານມາ, ເຖິງຢ່າງໃດກໍ່ຕາມ, ກະຊວງການຕ່າງປະເທດ ອາເມລິກາ ກໍ່ໃຫ້ຮູ້ວ່າ ຈະບໍ່ມີຄະນະປະຕິບັດງານໃດຂອງອາເມລິກາ ເຈລະຈາກ່ຽວກັບການຖອນທະຫານອອກຈາກອີຣັກ ຍ້ອນວ່າ ການມີໜ້າຂອງກອງທັບອາເມລິກາຢູ່ປະເທດນີ້ແມ່ນ ສົມເຫດສົມຜົນ. ທ່ານ Morga Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ລັດຖະບານ ອາເມລິກາ ແລະ ອີຣັກ ຄວນມີການເຈລະຈາບໍ່ພຽງແຕ່ກ່ຽວກັບດ້ານຄວາມໝັ້ນຄົງເທົ່ານັ້ນ ຫາກຍັງກ່ຽວກັບການພົວພັນຄູ່ຮ່ວມມືດ້ານການເງິນ, ເສດຖະກິດ ແລະ ການຕ່າງປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ