(VOVWORLD) - ວັນທີ 23 ທັນວາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ເລີ່ມຜັນຂະຫຍາຍບັ້ນເຄື່ອນໄຫວໃນທົ່ວປະເທດ ເພື່ອແນໃສ່ຍົກເລີກໃບຄຳຮ້ອງຂໍລີ້ໄພຂອງນັບພັນຄົນທີ່ພວມຢູ່ໃນໄລຍະລໍຖ້າການອະນຸມັດເອກະສານຢູ່ສານອົບພະຍົບແຫ່ງຕ່າງໆ.
ຖ້າເອກະສານຂອງເຂົາເຈົ້າຖືກປະຕິເສດ, ຖືວ່າເຂົາເຈົ້າອາດຈະຖືກເນລະເທດໄປຍັງບັນດາປະເທດທີ່ບໍ່ແມ່ນບ້ານເກີດເມືອງນອນຂອງເຂົາ.
ຕາມນະໂຍບາຍໃໝ່ຂອງອຳນາດການປົກຄອງ ອາເມລິກາ, ບັນດາທະນາຍຄວາມຂອງອົງການປະຕິບັດການເກັບພາສີ ແລະ ອົບພະຍົບ ອາເມລິກາ (ICE) ໄດ້ຮຽກຮ້ອງໃຫ້ຜູ້ພິພາກສາຢູ່ສານອົບພະຍົບປະຕິເສດໃບຄຳຮ້ອງຂໍລີ້ໄພ ໂດຍບໍ່ຕ້ອງພິຈາລະນາດ້ານເນື້ອໃນ, ພ້ອມທັງຮຽກຮ້ອງໃຫ້ອອກຄຳສັ່ງເນລະເທດຜູ້ລີ້ໄພທີ່ມາຈາກບັນດາປະເທດ ຄື: Guatemala, Honduras, Ecuador ແລະ Uganda.
ປັດຈຸບັນ, ທຳນຽບຂາວ, ກະຊວງຄວາມໝັ້ນຄົງພາຍໃນ ແລະ ICE ຍັງບໍ່ທັນສະແດງທັດສະນະກ່ຽວກັບຂໍ້ມູນຂ່າວດັ່ງກ່າວ. ເຖິງຢ່າງໃດກໍຕາມ, ຜ່ານບັນດາການກະທຳຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ, ໃນປີ 2026 ອຳນາດການປົກຄອງປະທານາທິບໍດີ Trump ພວມກະກຽມດຳເນີນບັ້ນເຄື່ອນໄຫວຮັດແໜ້ນການເຂົ້າເມືອງກວ່າອີກ ແລະ ຈະອຸປະຖຳເງິນຈຳນວນ 170 ຕື້ USD ໃຫ້ແກ່ ICE ກໍຄືກຳລັງລາດຕະເວນຊາຍແດນຮອດເດືອນກັນຍາ 2029 ຕື່ມອີກເພື່ອຜັນຂະຫຍາຍບັ້ນເຄື່ອນໄຫວດັ່ງກ່າວ.