(VOVWORLD) - ການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 14, ກົມການເມືອງໄດ້ສຸມໃສ່ຊີ້ນຳການກະກຽມບັນດາວຽກງານທີ່ຍັງເຫຼືອ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ) |
ຕອນເຊົ້າວັນທີ 22 ທັນວາ, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກຊຸດທີ 13 ໄດ້ໄຂຂຶ້ນຢ່າງສົມກຽດຢູ່ ຮ່າໂນ້ຍ. ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ບໍລິຫານວາລະໄຂ.
ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ແກ້ໄຂ 3 ເນື້ອໃນໃຫຍ່, ສຳຄັນ, ນັ້ນແມ່ນໝວດບັນຫາກ່ຽວກັບບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ໝວດບັນຫາກ່ຽວກັບຮ່າງເນື້ອໃນເອກະສານທີ່ຍືນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ແລະ ບັນດາວຽກງານເພື່ອຈັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 14, ກົມການເມືອງໄດ້ສຸມໃສ່ຊີ້ນຳການກະກຽມບັນດາວຽກງານທີ່ຍັງເຫຼືອ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14. ກ່ຽວກັບຮ່າງເອກະສານຈຳນວນໜຶ່ງທີ່ຈະຍືນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
“ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ຄາດວ່າຈະຈັດຂຶ້ນແຕ່ວັນທີ 19 – 25 ມັງກອນ 2026 ຢູ່ນະຄອນຫຼວງ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງ 1.568 ທ່ານເຊິ່ງເປັນສະມາຊິກພັກ, ຜູ້ຕາງໜ້າໃຫ້ສະມາຊິກພັກກວ່າ 5 ລ້ານຄົນ, ເຂົ້າຮ່ວມກອງປະຊຸມໃຫຍ່. ກົມການເມືອງ, ຄະນະເລຂາສູນກາງພັກ ໄດ້ຊີ້ນຳຊາບຊຶມປະຕິບັດມະຕິ, ຂໍ້ສະຫຼຸບຂອງສູນກາງ, ກົມການເມືອງກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ວຽກງານຈັດຕັ້ງການຮັບໃຊ້ກອງປະຊຸມໃຫຍ່ກໍ່ຕ້ອງໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນ, ມີຄວາມປອດໄພ, ຖືກຕາມບັນດາຂໍ້ກຳນົດຂອງພັກ”
ຄາດວ່າ, ກອງປະຊຸມຈະດຳເນີນຮອດວັນທີ 23 ທັນວາ.