ອາ​ເມ​ລິ​ກາ ຢັ້ງ​ຢືນຄືນ​ການ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ຢູ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -      ວັນທີ 10 ສິງຫາ, ກ່າວຄຳເຫັນທີ່ກອງປະຊຸມຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນວ່າ ເພິ່ນບໍ່ເສຍດາຍຕໍ່ການຕັດສິນຖອນກຳລັງທະຫານ ອາເມລິກາ ອອກຈາກ ອາບການິດສະຖານ.
ອາ​ເມ​ລິ​ກາ ຢັ້ງ​ຢືນຄືນ​ການ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ຢູ່ ອາບ​ກາ​ນິດ​ສະ​ຖານ - ảnh 1ທະຫານ ອາເມລິກາ ຢູ່ຖານທີ່ໝັ້ນ Bagram ອາບການິດສະຖານ (ພາບ: AFP/TTXVN)

ທ່ານປະທານາທິບໍດີ Joe Biden ກໍເນັ້ນໜັກວ່າ ການນຳ ອາບການິດສະຖານ ຕ້ອງເຕົ້າໂຮມກັນ ແລະ ຕໍ່ສູ້ເພື່ອປະເທດຂອງຕົນເອງ. ທ່ານກໍໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາໃຫ້ການໜູນຊ່ວຍສະໜອງທາງອາກາດ, ລຳລຽງສະບຽງອາຫານ, ອຸປະກອນຕ່າງໆໃຫ້ແກ່ກຳລັງລັດຖະບານ ອາບການິດສະຖານ.

        ຄຳກ່າວປາໄສຂອງທ່ານປະທານາທິບໍດີ Joe Biden ໄດ້ຍົກອອກມາໃນສະພາບການທີ່ ທ້າຍອາທິດຜ່ານມາ, ກຳລັງ ຕາລີບານ ໄດ້ຍຶດຄອງເອົາເມືອງເອກຫຼາຍແຫ່ງ, ໃນນັ້ນ ມີນະຄອນ Kunduz ເຊິ່ງເປັນສະຖານທີ່ສຳຄັນທາງດ້ານຍຸດທະສາດ ແລະ ເສດຖະກິດຂອງອາບການິດສະຖານ. ສະມາຊິກລັດຖະສະພາ ອາເມລິກາຫຼາຍທ່ານ ແລະ ຜູ້ຕຳໜິຕິຕຽນຫຼາຍຄົນຕໍ່ການຕັດສິນໃຈຖອນກຳລັງທະຫານອອກຈາກ ອາບການິດສະຖານຂອງທ່ານປະທານາທິບໍດີ Joe Biden, ປັດຈຸບັນ ພວມມີຄວາມວິຕົກກັງວົນກ່ຽວກັບກຳລັງ ຕາລິບານ ຈະຮັບຄຸ້ມຄອງທົ່ວປະເທດ ຖ້າຫາກວ່າ ກຳລັງກອງທັບ ອາເມລິກາ ບໍ່ໃຫ້ການໜູນຊ່ວຍກຳລັງລັດຖະບານ.


ຕອບກັບ

ຂ່າວ/ບົດ​ອື່ນ