ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄືນ​ໃໝ່​ທັດ​ສະ​ນະ​ຕີ​ລາ​ຄາ ຕາ​ລີ​ບານ ອີງ​ໃສ່​ການ​ກະ​ທຳ​ໂດຍ​ພື້ນ​ຖານ

(VOVWORLD) -ສອງຝ່າຍກໍ່ໄດ້ປຶກສາຫາລື ເລື່ອງ ອາເມລິກາ ສະໜອງການໜູນຊ່ວຍດ້ານມະນຸດສະທຳໂດຍກົງໃຫ້ແກ່ຊາວ ອາບການິດສະຖານ.
ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄືນ​ໃໝ່​ທັດ​ສະ​ນະ​ຕີ​ລາ​ຄາ ຕາ​ລີ​ບານ ອີງ​ໃສ່​ການ​ກະ​ທຳ​ໂດຍ​ພື້ນ​ຖານ - ảnh 1ພາບປະກອບ: THX/TTXVN

ວັນທີ 10 ຕຸລາ, ອາເມລິກາ ໄດ້ຖະແຫຼງການວ່າ ບັນດາການປຶກສາຫາລື ໃນຂອບເຂດການພົບປະໂດຍກົງ ຄັ້ງທຳອິດ ກັບ ຕາລີບານ ນັບແຕ່ເວລາ ຕາລີບານ ຍາດເອົາສິດຄວບຄຸມ ອາບການິດສະຖານ ນັບແຕ່ເດືອນສິງຫາ ທີ່ຜ່ານມາ ໄດ້ດຳເນີນຢ່າງກົງໄປກົງມາ ແລະ ເປັນວິຊາການ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ຢັ້ງຢືນຄືນໃໝ່ທັດສະນະ ຈະຕີລາຄາຕາລີບານໂດຍອີງໃສ່ການກະທຳ, ບໍ່ອີງໃສ່ຄຳເວົ້າ. ຖະແຫຼງການຂອງ ກະຊວງການຕ່າງປະເທດ ອາເມລິກາ ຍົກອອກຢ່າງຈະແຈ້ງວ່າ ຄະນະປະຕິບັດງານ ປະເທດນີ້ ທີ່ເຂົ້າຮ່ວມການເຈລະຈາຢູ່ Doha (ກາຕາ) ໄດ້ສຸມໃສ່ເຂົ້າບັນດາຄວາມວິຕົກກັງວົນຕໍ່ຄວາມໝັ້ນຄົງ ແລະ ການກໍ່ການຮ້າຍ, ແລວທາງປອດໄພໃຫ້ແກ່ພົນລະເມືອງ ອາເມລິກາ, ພົນລະເມືອງບັນດາປະເທດຕ່າງໆ ແລະ ຊາວອາບການິດສະຖານ, ກໍ່ຄືບັນຫາສິດທິມະນຸດ, ພິເສດແມ່ນການເຂົ້າຮ່ວມຂອງ ແມ່ຍິງ ແລະ ເດັກຍິງ ໃນທຸກດ້ານຂອງສັງຄົມ ອາບການິດສະຖານ.

ສອງຝ່າຍກໍ່ໄດ້ປຶກສາຫາລື ເລື່ອງ ອາເມລິກາ ສະໜອງການໜູນຊ່ວຍດ້ານມະນຸດສະທຳໂດຍກົງໃຫ້ແກ່ຊາວ ອາບການິດສະຖານ. ໃນຂະນະນັ້ນ, ຊ່ອງໂທລະພາບ Al Jazeera ໄດ້ໃຫ້ຂ່າວວ່າ ຄະນະປະຕິບັດງານຕາລີບານ ໄດ້ຖະແຫຼງວ່າ ການເຈລະຈາກັບບັນດາຜູ້ຕາງໜ້າ ອາເມລິກາ ປະຈຳ ນະຄອນຫຼວງ Doha ຂອງ ກາຕາ ໄດ້ດຳເນີນໄປຢ່າງມີປະສິດທິຜົນ”. ຕາລີບານມີຄວາມຫວັງວ່າການພົບປະຄັ້ງນີ້ ຈະແມ່ນບາດກ້າວມຸ່ງໄປເຖິງເລື່ອງ ອາເມລິກາ ຮັບຮອງເອົາອຳນາດການປົກຄອງ ຕາລີບານ.

ຕອບກັບ

ຂ່າວ/ບົດ​ອື່ນ