ອາເມລິກາ ຢືນຢັນເປົ້າໝາຍປອດນິວເຄຼຍໃນແຫຼມເກົາຫຼີ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຢືນຢັນຄືນໃໝ່ເປົ້າໝາຍຂອງວໍຊິງຕັນ ແມ່ນປອດນິວເຄຼຍໃນແຫຼມເກົາຫຼີ ແລະ ສ້າງສາ “ອະນາຄົດອັນສົດໄສ” ໃຫ້ແກ່ປະຊາຊົນສປປ.ເກົາຫຼີ.

ອາເມລິກາ ຢືນຢັນເປົ້າໝາຍປອດນິວເຄຼຍໃນແຫຼມເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: AFP)

ວັນທີ 03 ພຶດສະພາ, ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ABC New, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຢືນຢັນຄືນໃໝ່ເປົ້າໝາຍຂອງວໍຊິງຕັນ ແມ່ນປອດນິວເຄຼຍໃນແຫຼມເກົາຫຼີ ແລະ ສ້າງສາ “ອະນາຄົດອັນສົດໄສ” ໃຫ້ແກ່ປະຊາຊົນສປປ.ເກົາຫຼີ. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາພາຍຫຼັງເຫດຍິງປຶນປະທະກັນຢູ່ເຂດປອດການທະຫານ (DMZ) ຢູ່ເຂດຊາຍແດນທາງບົກລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນຕອນເຊົ້າວັນດຽວກັນ.

        ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໃຫ້ຂໍ້ສັງເກດວ່າ, ເຫດຍິງປືນປະທະກັນດັ່ງກ່າວແມ່ນ “ບໍ່ມີເຈດຕະນາ” ແລະ ອາເມລິກາ ຍັງສືບຕໍ່ເດີນຕາມ “ພາລະໜ້າທີ່ບໍ່ປ່ຽນແປງ”, ນັ້ນແມ່ນ “ເກ້ຍກ່ອມພຽງຢາງ ປະລະອາວຸດນິວເຄຼຍ”.

ຕອບກັບ

ຂ່າວ/ບົດ​ອື່ນ