ອາເມລິກາ ຢາກສ້າງຕັ້ງພັນທະມິດການຄ້າຕ້ານ ຈີນ

(VOVWORLD) - ວັນທີ 04 ຕຸລາ, ທີ່ປຶດສາດ້ານເສດຖະກິດຂັ້ນສູງຂອງທຳນຽບຂາວທ່ານໜຶ່ງໃຫ້ຮູ້ວ່າ: ອາເມລິກາ ພວມຢາກເປັນພັນທະມິດກັບບັນດາພື້ນຖານເສດຖະກິດໃຫຍ່ ເພື່ອຕ້ານຄືນບັນດາການເຄື່ອນໄຫວດ້ານການຄ້າ “ຂາດຄວາມຍຸຕິທຳ” ຂອງ ຈີນ.
ອາເມລິກາ ຢາກສ້າງຕັ້ງພັນທະມິດການຄ້າຕ້ານ ຈີນ - ảnh 1 (ພາບປະກອບ)

ກ່າວຄຳເຫັນທີ່ສະໂມສອນເສດຖະກິດຢູ່ນະຄອນຫລວງ ວໍຊິງຕັນ, ທ່ານ Larry Kudlow ປະທານສະພາເສດຖະກິດແຫ່ງຊາດໃຫ້ຮູ້ວ່າ: ອາເມລິກາ ພວມກ້າວໄປເຖິງສິ່ງທີ່ທ່ານຖືວ່າແມ່ນພັນທະມິດການຄ້າ ພ້ອມແລ້ວທີ່ຈະສູ້ຢັນກັບ ຈີນ. ປັດຈຸບັນ ວໍຊິງຕັນ ພວມມີການແລກປ່ຽນກັບສະຫະພາບ ເອີຣົບ (ອີຢູ) ແລະ ຍີ່ປຸ່ນ ຄືນໃໝ່. ທ່ານ Kudlow ກໍ່ໃຫ້ຮູ້ວ່າ: ວໍຊິງຕັນ ຍັງຄົງຮັກສາບັນດາຊ່ອງທາງຕິດຕໍ່ພົວພັນກັບ ປັກກິ່ງ ຢູ່, ແຕ່ປັດຈຸບັນ ຍັງບໍ່ທັນມີແຜນການເຄື່ອນໄຫວທາງການທູດລະຫວ່າງ 2 ປະເທດ ຕື່ມອີກເທື່ອ.

       ໃນເດືອນ ກັນຍາ, ອາເມລິກາ, ຍີ່ປຸ່ນ ແລະ ອີຢູ ໄດ້ປະກາດວ່າ ພວມພ້ອມກັນພິຈາລະນາ “ບັນດາມາດຕະການອາດຈະ” ຕ້ານຄືນບັນດາການເຄື່ອນໄຫວດ້ານອຸດສາຫະກຳທີ່ຂາດຄວາມສະເໝີພາບທີ່ກ່ຽວຂ້ອງເຖິງ ປັກກິ່ງ ຄື: ປະລິມານການຜະລິດເຫລືອເກີນ, ການບຸກໂຈມຕີທາງອິນເຕີເນັດ ແລະ ການບັງຄັບໃຫ້ຖ່າຍທອດເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ