ອາເມລິກາ ຢາກເພີ່ມທະວີການເຈລະຈາກັບຈີນ

ອາເມລິກາ ຢາກເພີ່ມທະວີການເຈລະຈາກັບຈີນ - ảnh 1
ທ່ານ​ປະທານ​ປະ​ເທດ​ຈີນ ສື່​ຈີນ​ຜິງ
ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ
(ພາບ: AP)


(vovworld) - ຕອນ​ບ່າຍ​ວັນ​ທີ 09/04, ທ່ານ​ປະທານ​ປະ​ເທດ​ຈີນ ສື່​ຈີນ​ຜິງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Chuck Hagel, ທີ່​ພວມຢ້ຽມຢາມ​ຈີນ. ນະ​ທີ່​ນີ້, ທ່ານ​ປະທານ ສື່​ຈີນ​ຜິງ ຖື​ວ່າ ຕໍ່ໜ້າ​ສະພາບ​ການ​ສາກົນພວມ​ສັບສົນ​ຄື​ປະຈຸ​ບັນ, ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຈະ​ກວ້າງ​ກວ່າ, ​ໃນ​ນັ້ນ, ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ຈະ​ສວມ​ບົດບາດ​ສຳຄັນ​ທີ່​ສຸດ, ການ​ພົວພັນ​ຮ່ວມ​ມື​ດັ່ງກ່າວຈະ​ພັດທະນາ​ຕາມ​ຂອບ​ເຂດ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ - ອາ​ເມ​ລິ​ກາ ຢູ່ Sunnylands ​​ເມື່ອ​ເດືອນ 06/2013. 2 ຝ່າຍ​ຈະ​ຮ່ວມ​ມື​ບົດ​ຫຼັກ​ການບໍ່​ປະ​ທະ​ກັນ, ບໍ່​ປະ​ເຊີນ​ໜ້າ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ​ແລະ ບັນດາ​ບັນຫາສະດຸ​ງ​ໄວຢ່າງ​ມີ​ປະສິດທິ​ຜົນ.

        ທ່ານ Chuck Hagel ​ໃຫ້​ຮູ້​ວ່າ, ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມຢາມ​ຈີນ​ ຄັ້ງ​ນີ້ ​ແມ່ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ລະຫວ່າງ 2 ປະ​ເທດ. ການ​ພັດທະນາ​ຂອງ​ໂລກ​ໃນ​ສະຕະວັດ​ທີ 21 ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ຈີນ - ອາ​ເມ​ລິ​ກາ. ອາ​ເມ​ລິ​ກາ ປາດ​ຖະໜາ​ຢາກເພີ່ມ​ທະວີ​ການ​ເຈລະຈາ​ກັບ​ຈີນ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ