ອາ​ເມ​ລິ​ກາ​ ສືບ​ຕໍ່​ຄັດ​ຄ້ານ ບັນ​ດາ​ການ​ຮຽກ​ສິດ​ໃນ​ການ​ເດີນ​ເຮືອ​ທີ່​ຜິດ​ກົດ​ໝາຍ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ໂດຍສະແດງຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງທີ່ພວມປິນຂັ້ນໄດຢູ່ ທະເລຕາເວັນອອກ, ທ່ານ Kin Moy ໄດ້ຢ້ຳຄືນ ການສະໜັບສະໜູນຂອງ ອາເມລິກາ ກ່ຽວກັບຄວາມເສລີໃນການເດີນເຮືອ ແລະ ການບິນ ພ້ອມທັງຄັດຄ້ານບັນດາການຮຽກສິດໃນການເດີນເຮືອ ທີ່ຜິດກົດໝາຍຂອງ ຈີນ ຢູ່ ທະເລຕາເວັນອອກ.


ອາ​ເມ​ລິ​ກາ​ ສືບ​ຕໍ່​ຄັດ​ຄ້ານ ບັນ​ດາ​ການ​ຮຽກ​ສິດ​ໃນ​ການ​ເດີນ​ເຮືອ​ທີ່​ຜິດ​ກົດ​ໝາຍ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ພາບປະກອບ

ວັນທີ 24 ມິຖຸນາ, ທ່ານ Kin Moy ເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບບັນດາບັນຫາຢູ່ ອາຊີຕາເວັນອອກ ແລະ ປາຊີຟິກ ຂຶ້ນກັບກະຊວງການຕ່າງປະເທດ ອາເມລິກາ, ໄດ້ມີການພົບປະກັບບັນດາເຈົ້າໜ້າທີ່ອາວຸໂສ ບັນດາປະເທດສະມາຊິກກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS). ທ່ານ Kin Moy ກໍ່ໄດ້ພົບປະກັບທ່ານ Michael Tene ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ປະຊາຄົມ, ການເມືອງ - ຄວາມໝັ້ນຄົງ. ທີ່ການພົບປະ, ທ່ານ Kin Moy ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບ ອາຊຽນ ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ, ທ່ານໄດ້ເນັ້ນໜັກເຖິງການສະໜັບສະໜູນຢ່າງແຮງຂອງ ອາເມລິກາ ສຳລັບ ບົດບາດເປັນໃຈກາງຂອງ ອາຊຽນ ແລະ ບັນດາລະບອບລະບຽບການ ກັບ ອາຊຽນ ເປັນໃຈກາງ. ທ່ານ Kin Moy ກໍ່ໄດ້ປຶກສາຫາລືເຖິງຄວາມສຳຄັນຂອງການຮັກສາຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ກົດໝາຍ ແລະ ຢ້ຳຄືນການສະໜັບສະໜູນຂອງ ອາເມລິກາ ຕໍ່ບັນດາທັດສະນະຂອງ ອາຊຽນ ກ່ຽວກັບ ມະຫາສະໝຸດ ອິນເດຍ - ປາຊີຟິກ.

ນັກການທູດ ອາເມລິກາ ກໍ່ເຕື້ອງເຖິງເລື່ອງ ອາເມລິກາ ໜູນຊ່ວຍບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ລວມມີການປະກາດປະກອບສ່ວນວັກຊິນກ່ວາ 500 ລ້ານໂດສ ໃຫ້ແກ່ບັນດາປະເທດໃນໂລກ. ທ່ານ Kin Moy ກໍ່ເນັ້ນໜັ້ກເຖິງຄວາມສຳຄັນ ຂອງບັນດາການກະທຳຢ່າງຂ້ຽວຂາດ ເພື່ອແນໃສ່ແກ້ໄຂວິກິດໃນການປ່ຽນແປງຂອງດິນຟ້າອາກາດ ດ້ວຍຈຸດສຸມແມ່ນບັນດາເປົ້າໝາຍຫຼຸດຜ່ອນການປ່ອຍອາດພິດ ຈົດຮອດປີ 2030 ແລະ ຄວາມມານພະຍາຍາມລວມເພື່ອບັນລຸໄດ້ເປົ້າໝາຍຫຼຸດການປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ໂດຍສະແດງຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງທີ່ພວມປິນຂັ້ນໄດຢູ່ ທະເລຕາເວັນອອກ, ທ່ານ Kin Moy ໄດ້ຢ້ຳຄືນ ການສະໜັບສະໜູນຂອງ ອາເມລິກາ ກ່ຽວກັບຄວາມເສລີໃນການເດີນເຮືອ ແລະ ການບິນ ພ້ອມທັງຄັດຄ້ານບັນດາການຮຽກສິດໃນການເດີນເຮືອ ທີ່ຜິດກົດໝາຍຂອງ ຈີນ ຢູ່ ທະເລຕາເວັນອອກ. ທ່ານກໍ່ເນັ້ນໜັກເຖິງ ການສະໜັບສະໜູນຂອງ ອາເມລິກາ ສຳລັບບັນດາຄວາມມານະພະຍາຍາມອັນຊອບທຳ ຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ທີ່ມີອະທິປະໄຕຢູ່ທະເລຕາເວັນອອກແມ່ນ ເພື່ອແນໃສ່ສຳຜັດກັບບັນດາແຫຼ່ງຊັບພະຍາກອນທາງທະເລຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ