ອາເມລິກາ ສືບຕໍ່ຜັນຂະຫຍາຍບັ້ນການທະຫານຂະໜາດໃຫຍ່ ຕ້ານຄືນ IS

(VOVWORLD) -ວັນທີ 26 ພະຈິກ, ບັນດາກໍາລັງຮ່ວມສໍາພັນລະຫວ່າງ ອາເມລິກາ ແລະ ຊາວ Kurd ໄດ້ເຊື່ອມຕໍ່ບັນດາການເຄື່ອນໄຫວການທະຫານສໍາຄັນຄືນໃໝ່ ແນໃສ່ອົງການກໍ່ການຮ້າຍ ລັດ ອິດສະລາມ ອ້າງຊື່ເອງ (IS) ຢູ່ພາກເໜືອ ຊີຣີ.
ອາເມລິກາ ສືບຕໍ່ຜັນຂະຫຍາຍບັ້ນການທະຫານຂະໜາດໃຫຍ່ ຕ້ານຄືນ IS - ảnh 1ກໍາລັງທະຫານ ອາເມລິກາ  ລາດຕະເວນຢູ່  Qahtaniyah, ຕາເວັນອອກສ່ຽງເໜືອ ຊີຣີ (ພາບ: AFP/TTXVN)

        ນາຍພົນ  Kenneth McKenzie ຜູ້ບັນຊາການກອງບັນຊາການສູນກາງ ອາເມລິກາ (CENTCOM) ຖະແຫຼງວ່າ ໃນໄລຍະຈະມາເຖິງ, ເລື່ອງຜັນຂະຫຍາຍບັນດາບັ້ນຮົບການທະຫານຂະໜາດໃຫຍ່ ທີ່ແນໃສ່ຕ້ານພວກ IS ຈະໄດ້ຮັບການຟື້ນຟູຄືນໃໝ່.

        ຫວ່າງມໍ່ໆມານີ້, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກຄໍາສັ່ງໃຫ້ກອງທັບ ອາເມລິກາ ປະຈໍາການຢູ່ ອີຣັກ ເຄື່ອນຍ້າຍໄປຍັງພາກຕາເວັນອອກ ຊີຣີ ເພື່ອປ້ອງກັນບັນດາບໍ່ນໍ້າມັນຢູ່ເຂດນີ້ ຕໍ່ໜ້າຄວາມສ່ຽງຖືກ IS ບຸກໂຈມຕີ. ອາເມລິກາ ຕັດສິນໃຈ ດໍາເນີນບັ້ນຮົບດັ່ງກ່າວຄືນໃໝ່ ຍ້ອນວ່າ ເລື່ອງອົງການສືບລາຊະການລັບປ້ອງກັນຊາດ ອາເມລິກາ (DIA) ໄດ້ອອກແຈ້ງການໃຫ້ຮູ້ວ່າ IS ຈະພະຍາຍາມເຕົ້ມໂຮມກໍາລັງຢູ່ ຊີຣີ ຄືນໃໝ່ ໃນສະພາບການຄວາມກົດດັນຈາກກໍາລັງຮ່ວມສໍາພັນ ອາເມລິກາ ແລະ ຊາວ Kurd ພວມຫຼຸດໜ້ອຍຖອຍລົງ.


ຕອບກັບ

ຂ່າວ/ບົດ​ອື່ນ