ອາເມລິກາ ສະເຫຼີມສະຫຼອງວັນຊາດຄົບຮອບ 246 ປີ

(VOVWORLD) - ນີ້ແມ່ນເຫດການໃຫຍ່ໄດ້ຮັບການຈັດຂຶ້ນເປັນຄັ້ງທຳອິດຢູ່ທຳນຽບຂາວນັບແຕ່ເມື່ອທ່ານປະທານາທິບໍດີ Biden ຮັບດຳລົງຕຳແໜ່ງ
ອາເມລິກາ ສະເຫຼີມສະຫຼອງວັນຊາດຄົບຮອບ 246 ປີ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ກ່າວຄຳເຫັນທີ່ພິທີ (ພາບ: AP)

ການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນຊາດ ອາເມລິກາ ມີ: ບັນດາລາຍການເດີນຂະບວນສວນສະໜາມ ແລະ ຍິງບັ້ງໄຟດອກໄດ້ຈັດຂຶ້ນໃນທົ່ວທຸກແຫ່ງຂອງປະເທດ ອາເມລິກາ. ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ພ້ອມກັບ ພັນລະຍາ Jill Biden ໄດ້ຕ້ອນຮັບພະນັກງານຂອງບັນດາຂະແໜງອາຊີບຕົ້ນຕໍ ແລະ ຍາດຕິພີ່ນ້ອງຂອງພົນທະຫານປະມານ 1 ພັນຄົນ. ນີ້ແມ່ນເຫດການໃຫຍ່ໄດ້ຮັບການຈັດຂຶ້ນເປັນຄັ້ງທຳອິດຢູ່ທຳນຽບຂາວນັບແຕ່ເມື່ອທ່ານປະທານາທິບໍດີ Biden ຮັບດຳລົງຕຳແໜ່ງ. ກ່າວຄຳເຫັນທີ່ພິທີ, ທ່ານປະທານາທິບໍດີ Biden ເນັ້ນໜັກວ່າ:

        “ບໍ່ມີເວລາໃດທີ່ຂ້າພະເຈົ້າມີຄວາມປະເອີບໃຈກ່ຽວກັບປະເທດ ອາເມລິກາ ຄືໄລຍະປະຈຸບັນ ແລະ ຈະບໍ່ປະລະຄວາມປະເອີບໃຈນີ້. ມື້ນີ້, ພວກເຮົາຕ້ອງສືບຕໍ່ໃຫ້ຄຳໝັ້ນສັນຍາສຳລັບນ້ຳໃຈຮັກຊາດ, ສຳລັບບາງໜ້າທີ່ອັນໃຫຍ່ຫຼວງ ແລະ ສັບສົນກ່ວາ, ການປົກປັກຮັກສາ ແລະ ເຮັດໃຫ້ສະຫະລັດຂອງພວກເຮົາສົມບູນແບບກ່ວາອີກ, ຫັນບົດຖະແຫຼງອະທິປະໄຕຂອງພວກເຮົາໃຫ້ປະກົດຜົນເປັນຈິງ ແລະ ຮັບປະກັນວ່າປະເທດ ອາເມລິກາ ບໍ່ແມ່ນສະຖານທີ່ມີຂີດໝາຍຂອງຄວາມມັກໃຫຍ່ໃຝ່ສູງກຳອຳນາດ, ຫາກແມ່ນສະຖານທີ່ຂອງຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງ ແລະ ຄຳໝັ້ນສັນຍາ.”

ຕອບກັບ

ຂ່າວ/ບົດ​ອື່ນ