ອາ​ເມ​ລິ​ກາ ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ເລ​ື່ອງ​ຈີ​ນ​ສືບ​ຕໍ່​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ຢູ່​ພ​າກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) -ວັນທີ 26 ສິງຫາ, ກະຊວງປ້ອງກັນປະເທດ ອາເມລິກາ ອອກຖະແຫຼງການກ່ຽວກັບເລື່ອງຈີນສືບຕໍ່ສ້າງຄວາມກົດດັນຕໍ່ບັນດາການເຄື່ອນໄຫວ ນ້ຳມັນອາຍແກັດ ຂອງ ຫວຽດນາມໃນພາກພື້ນ ທະເລຕາເວັນອອກ. 
ອາ​ເມ​ລິ​ກາ ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ເລ​ື່ອງ​ຈີ​ນ​ສືບ​ຕໍ່​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ຢູ່​ພ​າກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ - ảnh 1ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຕອບສຳພາດກັບນັກຂ່າວ Fox News ໃນວັນທີ 21 ສິງຫາ (ພາບ:  defense.gov)

ໃນອອກຖະແຫຼງການກໍ່ຢັ້ງຢືນວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍບັນດາສຳພັນທະມິດ ແລະ ຄູ່ຮ່ວມມືຂອງຕົນເພື່ອຮັບປະກັນຄວາມເສລີໃນການເດີນເຮືອ ແລະ ກາລະໂອກາດເສດຖະກິດໃນທົ່ວພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ. ຫວ່າງມໍ່ໆມານີ້, ຈີນໄດ້ສືບຕໍ່ບັນດາການກະທຳແຊກແຊງທີ່ມີລັກສະນະກໍ່ຄວາມກົດດັນຕໍ່ບັນດາການເຄື່ອນໄຫວນ້ຳມັນອາຍ ແກັດເຊິ່ງ ຫວຽດນາມໄດ້ປະຕິບັດ ໃນພາກພື້ນທະເລຕາເວັນອອກມາແຕ່ດົນນານມາແລ້ວ. ການກະທຳຂອງຈີນພວມໄປຝືນກັບຄຳໝັ້ນສັນຍາຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ອວຍ ເຟືອງເຄື໊ອ ຢູ່ກອງປະຊຸມ Sharing – la ທີ່ວ່າ ຈີນຈະເດີນຕາມເສັ້ນທາງພັດທະນາສັນຕິພາບ. ບັນດາການກະທຳຂອງຈີນ ກໍ່ໄປຝືນກັບວິໄສທັດຂອງອາເມລິກາກ່ຽວກັບ ມະຫາສະມຸດອິນເດຍ - ປາຊີຟິກ ທີ່ມີຄວາມເສລີ ແລະ ເປີດກ້ວາງ.

ຖະແຫຼງການຂອງກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ ຈີນ ຈະບໍ່ບັນລຸໄດ້ຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດບ້ານໃກ້ເຮືອນຄຽງ ກໍຄືຄວາມເຄົາລົບຈາກປະຊາຄົມສາກົນ ຖ້າຫາກວ່າ ຈີນຍັງຄົງສືບຕໍ່ຮັກສາຍຸດທະວິທີນາບຂູ່ຂອງຕົນ. ເລື່ອງ ຈີນ ຂົມເຫັງບັນດາປະເທດ ອາຊຽນ ທີ່ມີອະທິປະໄຕ, ສ້າງຕັ້ງບັນດາລະບົບບຸກໂຈມຕີທາງການທະຫານ ແລະ ປະຕິບັດຖະແຫຼງການມີອະທິປະໄຕຢູ່ທະເລ ຢ່າງຜິດກົດໝາຍ ໄດ້ເຮັດໃຫ້ຄວາມໄວ້ວາງໃຈດ້ານການເມືອງຂອງ ຈີນ ຖືກລະແວງສົງໄສ. 

ຟ້າມຮວນ-ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ