ອາເມລິກາ ສະໜັບສະໜູນ ເລື່ອງ ອັງກິດຖອນຕົວອອກຈາກ ອີຢູ ໂດຍບໍ່ມີຂໍ້ຕົກລົງ

(VOVWORLD) -ອາເມລິກາ ສະໜັບສະໜູນຕໍ່ເລື່ອງ ອັງກິດຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ) ໂດຍບໍ່ມີຂໍ້ຕົກລົງ, ຫຼືຍັງເອີ້ນວ່າ Brexit “ແຂງ” ແລະ ຈະຍູ້ໄວການລົງນາມໃນຂໍ້ຕົກລົງດ້ານການຄ້າກັບ ອັງກິດ.
ອາເມລິກາ ສະໜັບສະໜູນ ເລື່ອງ ອັງກິດຖອນຕົວອອກຈາກ ອີຢູ ໂດຍບໍ່ມີຂໍ້ຕົກລົງ - ảnh 1ທ່ານນາຍົກລັດຖະມົນຕີອັງກິດ Boris Johnson (ພາບ: TTXVN)

ກ່າວຄໍາເຫັນພາຍຫຼັງການພົບປະກັບທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຢູ່ເຮືອນເລກທີ 10 ຖະໜົນ Dowing ໃນວັນທີ 13 ສິງຫາ, ທ່ານ John Bolton ທີ່ປຶກສາດ້ານປ້ອງກັນຄວາມສະຫງົບ ອາເມລິກາ ໃຫ້ຮູ້ວ່່າ ອາເມລິກາ ສະໜັບສະໜູນຕໍ່ເລື່ອງ ອັງກິດຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ) ໂດຍບໍ່ມີຂໍ້ຕົກລົງ, ຫຼືຍັງເອີ້ນວ່າ Brexit “ແຂງ” ແລະ ຈະຍູ້ໄວການລົງນາມໃນຂໍ້ຕົກລົງດ້ານການຄ້າກັບ ອັງກິດ.

         ທ່ານ John Bolton ເນັ້ນໜັກວ່າ ອັງກິດ ຈະແມ່ນບຸລິມະສິດທໍາອິດເພື່ອລົງນາມໃນຂໍ້ຕົກລົງດ້ານການຄ້າ ແລະ ໃຫ້ຮູ້ວ່າ ບັນດາຂໍ້ຕົກລົງນີ້ ອາດຈະໄດ້ລົງນາມຕາມແຕ່ລະຂົງເຂດຕ່າງຫາກ, ໃນນັ້ນ ຂໍ້ຕົກລົງໃນຂະແໜງການຜະລິດຈະໄດ້ຮັບການລົງນາມກ່ອນໝູ່. ທ່ານ John Bolton  ກໍຢັ້ງຢືນວ່າ ຂໍ້ຕົກລົງຮ່ວມມືສອງຝ່າຍ ຫຼື ຂໍ້ຕົກລົງສະບັບຕ່າງໆ “ຈະຖືກດໍາເນີນໄປຢ່າງວ່ອງໄວ ແລະ ກົງໄປກົງມາ”.  ທ່ານກໍເນັ້ນໜັກວ່າ ພັກການເມືອງໃຫຍ່ທັງສອງຝ່າຍ ຂອງ ອາເມລິກາ ຢູ່ສະພາແຫ່ງຊາດ ກໍ່ລ້ວນແຕ່ສະໜັບສະໜູນຕໍ່ເລື່ອງຮັບຮອງເອົາຂໍ້ຕົກລົງດ້ານການຄ້າກັບອັງກິດໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ