ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ສິດ​ເສ​ລີ, ຄວາມ​ໝັ້ນ​ຄົງ ແລະ ວັດ​ທະ​ນາ​ຖາ​ວອນ​ໃຫ້​ແກ່​ປະ​ຊາ​ຊົນ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ

(VOVWORLD) - ວັນທີ 05 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas.
ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ສິດ​ເສ​ລີ, ຄວາມ​ໝັ້ນ​ຄົງ ແລະ ວັດ​ທະ​ນາ​ຖາ​ວອນ​ໃຫ້​ແກ່​ປະ​ຊາ​ຊົນ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  (ພາບ: TTXVN)

ໃນການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ສອງຝ່າຍກໍປຶກສາຫາລືກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ລວມທັງການເປີດກວ້າງການເຊື່ອມໂຍງເຂົ້າກັບພາກພື້ນຂອງ ອິດສະຣາແອັນ ກໍຄື ຮັບມືກັບບັນດາໄພນາບຂູ່ຈາກ ອີຣານ. ທ່ານລັດຖະມົນຕີການຕ່າງປະເທດ Blinken  ກໍໄດ້ຢ້ຳຄືນການສະໜັບສະໜູນຂອງ ອາເມລິກາ ທີ່ມີຕໍ່ບັນດານະໂຍບາຍຮັບປະກັນສິດເສລີ, ຄວາມໝັ້ນຄົງ ແລະ ວັດທະນະນາຖາວອນຂອງປະຊາຊົນ ຊາວ ອິດສະຣາແອັນ ແລະ ປາແລັດສະຕິນ.

          ໃນການເຈລະຈາກັບທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຕໍ່ການໃຊ້ຄວາມຮຸນແຮງທີ່ພວມເກີດຂຶ້ນຢູ່ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພ້ອມທັງ, ຢ້ຳຄືນການສະໜັບສະໜູນຂອງ ອາເມລິກາ ທີ່ມີຕໍ່ບັນດາມາດຕະການຊຸກຍູ້ສິດເສລີ ແລະ ຄວາມໝັ້ນຄົງ ກໍຄືຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ປາແລັດຕິນ.  

ນັກຂ່າວ VOV ປະຈຳ ອາເມລິ

ຕອບກັບ

ຂ່າວ/ບົດ​ອື່ນ