ອາເມລິກາ ສະໜັບສະໜູນຢ່າງ ແຮງຄວາມມານະພະຍາຍາມ ຂອງ ອາຊຽນ ໃນການສ້າງ COC

ອາເມລິກາ ສະໜັບສະໜູນຢ່າງ ແຮງຄວາມມານະພະຍາຍາມ ຂອງ ອາຊຽນ ໃນການສ້າງ COC - ảnh 1
ພາບປະກອບ: truongtansang.net

(vovworld) – ທ່ານ Danny Russel, ຜູ້​ໄດ້​ຮັບບົ່ງ​ຕົວ​ເປັນ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ ​​ວັນ​ທີ 20/6 ໄດ້​ຖະ​ແຫຼ​ງວ່າ: ອ​າ​ເມ​ລິ​ກາ ຄັດຄ້ານ​ທຸກໆ​ການ​ກະທຳ​ມີ​ລັກສະນະ​ນາບ​ຂູ່​ຢູ່​​ເຂດ​ທະ​ເລ​ທີ່​​ເກີດ​ການ​ພິພາດ​ກັນ​ຢູ່​ພາກ​ຕາ​ເວັນອອກ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ Danny Russel ​ໄດ້​ຖືກປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ບົ່ງ​ຕົວ​​ເປັນ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮັບຜິດຊອບ​ບັນ​ດາ​ບັນຫາ ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ. ກ່າວ​ຄຳ​ເຫັນ​ໃນ​ການ​ອະພິປາຍ​ຢູ່ກຳ​ມາທິ​ການ​​ຕ່າງປະ​ເທດ​ຂອງ​ສະພາ​ສູງ, ທ່ານ Russel ຢືນຢັນ​ “ບໍ່​ມີ​ບ່ອນ​ໃຫ້ການ​ກະທຳ​ນາບ​ຂູ່​ຢູ່​ເຂດ​ທະ​ເລ​ຂອງ​ພາກ​ພື້ນ ອາຊີ ​ຕາ​ເວັນ​ອອກ”. ທ່ານ​ຖະ​ແຫຼ​ງວ່າ ຖ້າ​ຫາກ​ໄດ້​ຮັບ​​ສັດຕະຍາບັນ​ຮັກສາ​ຕຳ​​ແໜ່ງສຳຄັນ​ນີ້​ຈາກສະພາ​ສູງ, ທ່ານ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ແນ​ໃສ່ ຫລຸດ​ຜ່ອນ​ຄວາມ​ເຄັ່ງຮ້ອນ​ຈາກບັນດາ​ການ​ພິພາດ​ຢູ່​ເຂດ​ທະ​ເລ ຮ່ວາ​ຕຸ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ. ທ່ານ Russel ສະ​ແດງ​ຄວາມ​ສະໜັບສະ​ໜູນ​ຢ່າງ​ແຮງ​ຂອງ ອາ​ເມ​ລິ​ກາ ສຳລັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ອາ​ຊຽນ ພິຈາລະນາ​ ກ່ຽວ​ກັບ​ປະມວນລະບຽບ​ການ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ພິພາດ​ຊຶ່ງ​ຈະ​ຖືກ​ຍົກ​ອອກ​ມາ​ໃນ​ບັນດາ​ກ​ອງປະຊຸມ​ຂອງ ອາ​ຊຽນ ຢູ່ ບຣູ​ໄນ ​ໃນ​ທ້າຍ​ເດືອນ​ນີ້.

 

 


ຂ່າວ/ບົດ​ອື່ນ