ອາເມລິກາ ສຳເລັດບັນດາວຽກງານສຸດທ້າຍກ່ອນທີ່ດຳເນີນການມອບສິດອຳນາດ

ອາເມລິກາ ສຳເລັດບັນດາວຽກງານສຸດທ້າຍກ່ອນທີ່ດຳເນີນການມອບສິດອຳນາດ - ảnh 1
ທ່ານ Jeh Johnson ລັດຖະມົນຕີ​ກະຊວງ​
ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ ອາ​ເມລິ​ກາ
(ພາບ: reuters)

(vovworld) – ​​ ກ່ອນ​ທີ່​ດຳ​ເນີນພິທີ​ຮັບ​ດຳລົງຕຳ​ແໜ່​ງ​ເປັນ​ເວລາ​ໜຶ່ງ​ອາທິດ​ຂອງ​ປະທານາທິບໍດີ Donald Trump ຜູ້​ຫາ​ກໍ​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຄັ້ງ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບດ​ພາຍ​ໃນ ອາ​ເມ​ລິ​ກາ ຢືນຢັນ​ວ່າ ບໍ່​ມີ​ໄພ​ນາບ​ຂູ່​ໂດຍ​ກົງ​ໃດ​ເລັ່ງ​ໃສ່​ພິທີ​ຮັບ​ດຳລົງ​ຕຳ​ແໜ່ງຂອງ​ປະທານາທິບໍດີຜູ້​ທີ 45 ຂອງ ອາ​ເມ​ລິ​ກາ ​ເຊິ່ງຄາດ​ຄະ​ເນ​ວ່າ ຈະດຳ​ເນີນ​ໃນ​ວັນທີ 20/01. ວັນ​ທີ 13/01 ທ່ານ Jeh Johnson ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ ອາ​ເມລິ​ກາ ​ໃຫ້​ຮູ້​ວ່າ ຈະ​ມີ​ປະຊາ​ຊົນ​ປະມານ 700.000 – 900.000 ຄົນເຂົ້າ​ຮ່ວມ​​ເຫດການ, ​ໃນ​ນັ້ນມີ 99 ກຸ່ມ​ແຫ່​ຂະ​ບວນຄັດຄ້ານ. ​ເຈົ້າ​ໜ້າ​ທີ່​ຈະ​ລະດົ​ມພາລະ​ກອນປ້ອງ​ກັນ​ຄວາມ​ສະຫງົບປະມານ 28.000 ຄົນ ກໍ່​ຄື​ສ້າງ​ຮົ້ວ​ກີດຂວາງ​ໃຫ້​ໝັ້ນ​ແກ່ນ.

ຂ່າວ/ບົດ​ອື່ນ