ອາ​ເມ​ລິ​ກາ, ສ.ເກົາຫຼີ ຍິງ​ລູກ​ສອນ​ໄຟ 8 ລູກ ແນ​ໃສ່​ໂຕ້​ຕອບ​ການ​ກະ​ທຳ​ຂອງ ສ​ປ​ປ.ເກົາຫຼີ

(VOVWORLD) -ສ.ເກົາຫຼີ ແລະ ອາເມລິກາ ໄດ້ຍິງລູກສອນໄຟຈາກພື້ນດິນສູ່ພື້ນດິນ 8 ລູກ  ເພື່ອແນໃສ່ໂຕ້ຕອບເລື່ອງ ສປປ.ເກົາຫຼີ ທົດລອງຍິງລູກສອນໄຟ 8 ລູກ ກ່ອນໜ້ານັ້ນໜຶ່ງວັນ.
ອາ​ເມ​ລິ​ກາ, ສ.ເກົາຫຼີ ຍິງ​ລູກ​ສອນ​ໄຟ 8 ລູກ ແນ​ໃສ່​ໂຕ້​ຕອບ​ການ​ກະ​ທຳ​ຂອງ ສ​ປ​ປ.ເກົາຫຼີ - ảnh 1(ພາບປະກອບ: Reuters)

ຕອນເຊົ້າວັນທີ 6 ມິຖຸນາ, ອາເມລິກາ ແລະ ສ.ເກົາຫຼີ ໄດ້ຍິງລູກສອນໄຟຈາກພື້ນດິນສູ່ພື້ນດິນ ຢູ່ນອກຝັ່ງທະເລ ສ.ເກົາຫຼີ. ຕາມສຳນັກຂ່າວສານ Yonhap ຂອງ ສ.ເກົາຫຼີ ແລ້ວ, ສ.ເກົາຫຼີ ແລະ ອາເມລິກາ ໄດ້ຍິງລູກສອນໄຟຈາກພື້ນດິນສູ່ພື້ນດິນ 8 ລູກ  ເພື່ອແນໃສ່ໂຕ້ຕອບເລື່ອງ ສປປ.ເກົາຫຼີ ທົດລອງຍິງລູກສອນໄຟ 8 ລູກ ກ່ອນໜ້ານັ້ນໜຶ່ງວັນ.

ສປປ.ເກົາຫຼີ ໄດ້ຍິງລູກສອນໄຟໄລຍະສັ້ນຢູ່ແຄມຝັ່ງທະເລທາງທິດຕາເວັນອອກ ພາຍຫຼັງທີ່ ສ.ເກົາຫຼີ ແລະ ອາເມລິກາ ສິ້ນສຸດການຊ້ອມຮົບຮ່ວມໄດ້ 1 ວັນ. ສປປ.ເກົາຫຼີ ເອີ້ນການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ແມ່ນຫຼັກຖານທີ່ພິສູດໃຫ້ເຫັນວ່າ ອາເມລິກາ ສືບຕໍ່ປະຕິບັດນະໂຍບາຍເປັນປໍລະປັກກັບ ສປປ.ເກົາຫຼີ ທັງທີ່ ອາເມລິກາ ຍັງສືບຕໍ່ເຕື້ອງເຖິງມາດຕະການທາງການທູດ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ