ອາ​ເມ​ລິ​ກາ ຫຼຸດ​ລະ​ດັບ​ຄຳ​ກ່າວ​ເຕືອນ​ໃນ​ການ​ເດີນ​ທາງ​ໄປ​ມາ​ສຳ​ລັບ 90 ປະ​ເທດ ໃນສາ​ກົນ​ໃນ​ນັ້ນ​ມີ ຫວຽດ​ນາມ

(VOVWORLD) -ບັນດາບໍລິສັດການບິນ ແລະ ບໍລິສັດການທ່ອງທ່ຽວ ອາເມລິກາ ກໍ່ຖືວ່າ ຄຳກ່າວເຕືອນໃນການເດີນທາງໄປມາ ແມ່ນບໍ່ຈຳເປັນ ແລະ ສິ່ງນີ້ ບໍ່ສົ່ງເສີມການເຄື່ອນໄຫວເດີນທາງໄປມາຂອງປະຊາຊົນ.
ອາ​ເມ​ລິ​ກາ ຫຼຸດ​ລະ​ດັບ​ຄຳ​ກ່າວ​ເຕືອນ​ໃນ​ການ​ເດີນ​ທາງ​ໄປ​ມາ​ສຳ​ລັບ 90 ປະ​ເທດ ໃນສາ​ກົນ​ໃນ​ນັ້ນ​ມີ ຫວຽດ​ນາມ - ảnh 1ພາບປະກອບ: VOV

ສູນຄວບຄຸມ ແລະ ປ້ອງກັນຕ້ານໂຄວິດ - 19 ອາເມລິກາ (CDC) ໃນວັນທີ 18 ເມສາ ໄດ້ຫຼຸດລະດັບຄຳກ່າວເຕືອນ ໃນການເດີນທາງໄປມາ ຍ້ອນໂຄວິດ - 19 ສຳລັບ 90 ປະເທດໃນໃນນັ້ນມີ ຫວຽດນາມ. CDC ອາເມລິກາ ໃຫ້ຮູ້ວ່າ ໄດ້ຫຼຸດລົງຄຳກ່າວເຕືອນໃນການເດີນທາງໄປມາຢູ່ລະດັບ 4, ເຊິ່ງແມ່ນລະດັບສູງສຸດ ລົງເປັນລະດັບທີ 3 ສຳລັບ 90 ປະເທດ ໃນນັ້ນມີ ຫວຽດນາມ.

        ບັນດາບໍລິສັດການບິນ ແລະ ບໍລິສັດການທ່ອງທ່ຽວ ອາເມລິກາ ໃນໄລຍະຜ່ານມາ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງທ່ານປະທານາທິບໍດີ ອາເມລິກາ Joe Biden ຍົກເລີກຂໍ້ກຳນົດທີ່ຕ້ອງມີການກວດຫາເຊື້ອເປັນລົບ ສຳລັບຜູ້ໂດຍສານສາກົນ ເຂົ້າເມືອງຂອງ ອາເມລິກາ ໃນສະພາບການທີ່ຫຼາຍປະເທດຕ່າງໄດ້ປະຕິບັດສິ່ງນີ້ແລ້ວ. ບັນດາບໍລິສັດການບິນ ແລະ ບໍລິສັດການທ່ອງທ່ຽວ ອາເມລິກາ ກໍ່ຖືວ່າ ຄຳກ່າວເຕືອນໃນການເດີນທາງໄປມາ ແມ່ນບໍ່ຈຳເປັນ ແລະ ສິ່ງນີ້ ບໍ່ສົ່ງເສີມການເຄື່ອນໄຫວເດີນທາງໄປມາຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ