ອາເມລິກາ ຫວັງວ່າວິກິດການຢູ່ເຂດອ່າວ ເປີເຊຍ ຈະສິ້ນສຸດລົງໂດຍໄວ

(VOVWORLD) -ວັນທີ 16 ພະຈິກ, ທ່ານ David Goldfein ເສນາທິການໃຫຍ່ກຳລັງທະຫານອາກາດ ອາເມລິກາ ໃຫ້ຮູ້ວ່າ: ທ່ານຫວັງວ່າ ການຂັດແຍ້ງລະຫວ່າງບັນດາປະເທດເຂດອ່າວ ເປີເຊຍ ຈະສິ້ນສຸດລົງໂດຍໄວ ແລະ ກະຕຸກຊຸກຍູ້ໃຫ້ບັນດາປະເທດເຫຼົ່ານີ້ ມີຄວາມເຫັນດີເປັນເອກະພາບກ່ຽວກັບດ້ານການທະຫານ ໃນສະພາບທີ່ມີຄວາມເຄັ່ງຕຶງກັບ ອີຣານ ນັບມື້ນັບປີນຂັ້ນໄດ.

   ກ່ອນໜ້ານັ້ນ, ທ່ານ David Goldfein ໄດ້ກະຕຸກຊຸກຍູ້ໃຫ້ບັນດາປະເທດເຂດອ່າວ ເປີເຊຍ ແກ້ໄຂບັນດາຄວາມບໍ່ລົງລອຍກັນ ກໍ່ຄືສົມທົບກັນຕ້ານໄພນາບຂູ່ ຕໍ່ຄວາມໝັ້ນຄົງຂອງບັນດາປະເທດເຫຼົ່ານີ້ ເຊິ່ງທ່ານຖືວ່າ ອີຣານ ເປັນຜູ້ກໍ່ຂຶ້ນ. ຄຳກ່າວປາໄສຂອງເຈົ້າໜ້າທີ່ການທະຫານ ອາເມລິກາ ທ່ານນີ້ໄດ້ຍົກອອກມາໃນສະພາບທີ່ຄວາມເຄັ່ງຕຶງຢູ່ພາກພື້ນເຂດອ່າວ ເປີເຊຍ ພວມມີສັນຍາຫລຸດລົງ. ຫວ່າງແລ້ວນີ້ ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມີເລັດ ແລະ ບາເຣັນ ກໍ່ໄດ້ປະກາດວ່າ ຈະເຂົ້າຮ່ວມການແຂ່ງຂັນບານໂລກ ເຊິ່ງຈະຈັດຕັ້ງຢູ່ ກາຕາ ໂດຍບໍ່ຫົວຊາຕໍ່ບັນດາມາດຕະການຂວ້ຳບາດທີ່ພວມຈັດວາງຕໍ່ ໂດຮາ.

 

ຕອບກັບ

ຂ່າວ/ບົດ​ອື່ນ