ອາເມລິກາ ຫ້າມ ເຮືອບິນ Boeing 737 MAX ເຄື່ອນໄຫວໂດຍຊົ່ວຄາວ

(VOVWORLD) - ພາຍຫຼັງແຈ້ງການຫຼ້າສຸດຂອງ ອາເມລິກາ, ການາດາ ແລະ ຫຼາຍປະເທດ ຕາເວັນອອກກາງ ແລະ ບາງປະເທດອື່ນ ກໍໄດ້ຢຸດຕິການຂຸດຄົ້ນ ແລະ ເປີດນ່ານຟ້າກັບ ເຮືອບິນ Boeing 737 MAX ຂຶ້ນເຖິງເກືອບ 50 ປະເທດແລ້ວ.

ວັນທີ 13 ມີນາ, ອົງການຄຸ້ມຄອງການບິນ ສະຫະລັດ ອາເມລິກາ (FAA) ໄດ້ຖະແຫຼງ ຫ້າມບໍ່ໃຫ້ບັນດາເຮືອບິນ Boeing 737 MAX ເຄື່ອນໄຫວໂດຍຊົ່ວຄາວ ພາຍຫຼັງເຫດເຮືອບິນຂອງບໍລິສັດການບິນ Ethiopian Airlines ຕົກ ເຮັດໃຫ້ ຜູ້ໂດຍສານ ແລະ ຈຸບິນ ຖືກເສຍຊີວິດທັງໝົດໃນວັນທີ 10 ມີນາ.

        ຄໍາຖະແຫຼງຂອງ FAA ຊີ້ແຈ້ງວ່າ ຄໍາສັ່ງເກືອດຫ້າມດັ່ງກ່າວ ມີຜົນສັກສິດໃນຂະນະທີ່ພວມລໍຖ້າຜົນຂອງການສືບສວນຕື່ມອີກ. ອົງການ FAA  ກໍໃຫ້ຮູ້ວ່າ ເພື່ອສ້ອມແປງ ຊອັບແວ ເຮືອບິນຍີ່ຫໍ່ Boeing 737 MAX ຕ້ອງໃຊ້ເວລາ “2-3 ເດືອນ” ຈຶ່ງສໍາເລັດ.

        ເຫດເຮືອບິນ Boeing 737 MAX 2 ລໍາ ເກີດອຸປັດຕິເຫດຕົກຢ່າງລຽນຕິດພຽງແຕ່ໃນເວລາ 5 ເດືອນ ທີ່ຜ່່ານມາ ໄດ້ເກີດມີກະແສຟອງຢຸດຕິການນໍາໃຊ້ເຮືອບິນຍີ່ຫໍ່ດັ່ງກ່າວຂຶ້ນໃນທົ່ວໂລກ. ພາຍຫຼັງແຈ້ງການຫຼ້າສຸດຂອງ ອາເມລິກາ, ການາດາ ແລະ ຫຼາຍປະເທດ ຕາເວັນອອກກາງ ແລະ ບາງປະເທດອື່ນ ກໍໄດ້ຢຸດຕິການຂຸດຄົ້ນ ແລະ ເປີດນ່ານຟ້າກັບ ເຮືອບິນ Boeing 737 MAX ຂຶ້ນເຖິງເກືອບ 50 ປະເທດແລ້ວ.


ຕອບກັບ

ຂ່າວ/ບົດ​ອື່ນ