ອາເມລິກາ, ອັງກິດ ຈັດວາງມາດຕະການລົງໂທດໃໝ່ ສຳລັບ Houthi

(VOVWORLD) - ຕາມນັ້ນແລ້ວ, 2 ປະເທດຈະອາຍັດຊັບສິນ ແລະ ຫ້າມການໄປມາຢ່າງໜ້ອຍສຸດ 4 ບຸກຄົນຂັ້ນສູງຂອງ Houthi.
ອາເມລິກາ, ອັງກິດ ຈັດວາງມາດຕະການລົງໂທດໃໝ່ ສຳລັບ Houthi - ảnh 1ກຳລັງ Houthi
(ພາບ: AFP)

        ວັນທີ 25 ມັງກອນ, ສຳນັກຂ່າວສານ Bloomberg ໄດ້ຄັດສະເໜີບັນດາແຫຼ່ງຂ່າວໂດຍໃຫ້ຮູ້ວ່າ, ອາເມລິກາ ແລະ ອັງກິດ ຈະຈັດວາງບັນດາມາດຕະການລົງໂທດໃໝ່ສຳລັບການນຳຫຼັກແຫຼ່ງຂອງກຳລັງ Houthi ຢູ່ ເຢແມນ. ຕາມນັ້ນແລ້ວ, 2 ປະເທດຈະອາຍັດຊັບສິນ ແລະ ຫ້າມການໄປມາຢ່າງໜ້ອຍສຸດ 4 ບຸກຄົນຂັ້ນສູງຂອງ Houthi.

        ກ່ອນໜ້ານັ້ນ, ວັນທີ 23 ມັງກອນ, ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ແຈ້ງໃຫ້ຊາບວ່າ, ອັງກິດ ມີແຜນການປະກາດບັນດາຄຳສັ່ງລົງໂທດໃໝ່ໃນຊຸມມື້ຈະມາເຖິງ ແນໃສ່ກຳລັງ Houthi ທີ່ຢືນຢູ່ເບື້ອງຫຼັງບັນດາການບຸກໂຈມຕີໃສ່ກຳປັ່ນຢູ່ທະເລແດງ.

        ໃນຂະນະນັ້ນ, ກຳລັງ Houthi ໃຫ້ຮູ້ວ່າ, ຈະສືບຕໍ່ບຸກໂຈມຕີບັນດາກຳປັ່ນທີ່ກ່ຽວຂ້ອງເຖິງ ອິດສະຣາແອັນ ຈົດຮອດເວລາໃດທີ່ເຄື່ອງອຸປະຖຳໄດ້ສົ່ງເຖິງປະຊາຊົນ ປາແລັດສະຕິນ ຢູ່ເຂດ ກາຊາ. ຫົວໜ້າກຳລັງນີ້, ທ່ານ Abdel-Malek al-Houthi, ເນັ້ນໜັກວ່າ, ບັນດາມາດຕະການໂຕ້ຕອບຂອງ ອາເມລິກາ ແລະ ອັງກິດ ພຽງແຕ່ຝືນກັບຜົນປະໂຫຍດ ແລະ ບໍ່ສົ່ງຜົນສະທ້ອນເຖິງການກະທຳຂອງ Houthi.

ຕອບກັບ

ຂ່າວ/ບົດ​ອື່ນ