ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ຮຽກຮ້ອງໃຫ້ລະງັບໃຈໃນເຂດອ້ອມແອ້ມໂຮງງານໄຟຟ້ານິວເຄຼຍ Zaporizhzhia

(VOVWORLD) - ຕາມບົດແຈ້ງຂ່າວຈາກລັດຖະບານອັງກິດ ແລະ ລັດຖະບານ ເຢຍລະມັນ, ຄຽງຄູ່ກັບເນື້ອໃນເນັ້ນໜັກເຖິງຄວາມສຳຄັນຂອງວຽກງານຮັບປະກັນຄວາມປອດໄພ...
ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ຮຽກຮ້ອງໃຫ້ລະງັບໃຈໃນເຂດອ້ອມແອ້ມໂຮງງານໄຟຟ້ານິວເຄຼຍ Zaporizhzhia - ảnh 1ໂຮງງານນິວເຄຼຍ Zaporizhzhia (ພາບ:Reuters)

ທີ່ການໂອ້ລົມທາງໂທລະສັບໃນວັນທີ 21 ສິງຫາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ບັນດາການນຳ ອາເມລິກາ, ຝລັ່ງ, ເຢຍລະມັນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານຮັບປະກັນຄວາມປອດໄພໃຫ້ແກ່ບັນດາຮາກຖານນິວເຄຼຍຢູ່ ຢູແກຼນ, ພ້ອມທັງຮຽກຮ້ອງຕ້ອງລະງັບໃຈກ່ຽວກັບບັນດາການເຄື່ອນໄຫວດ້ານການທະຫານຢູ່ອ້ອມແອ້ມໂຮງງານນິວເຄຼຍ Zaporizhzhia. ຕາມບົດແຈ້ງຂ່າວຈາກລັດຖະບານອັງກິດ ແລະ ລັດຖະບານ ເຢຍລະມັນ, ຄຽງຄູ່ກັບເນື້ອໃນເນັ້ນໜັກເຖິງຄວາມສຳຄັນຂອງວຽກງານຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງໃຫ້ແກ່ບັນດາຮາກຖານນິວເຄຼຍຢູ່ ຢູແກຼນ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson, ທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກໍ່ຮຽກຮ້ອງ ການອະນຸຍາດໃຫ້ບັນດານັກສັງເກດການເອກະລາດຂອງອົງການພະລັງງານປະລະມານູສາກົນ (IAEA) ໄປປະຕິບັດ “ການຢ້ຽມຢາມໄລຍະສັ້ນ” ຢູ່ໂຮງງານໄຟຟ້າ ນິວເຄຼຍ Zaporizhzhia. Zaporizhzhia ແມ່ນໂຮງງານໄຟຟ້ານິວເຄຼຍໃຫຍ່ທີ່ສຸດຢູ່ ເອີລົບ. ໂຮງງານນີ້ຢູ່ໃຕ້ການຄວບຄຸມຂອງກຳລັງ ລັດເຊຍ ແຕ່ເດືອນ ມີນາ ຜ່ານມາ. ໃນຊຸມວັນມໍ່ໆມານີ້, ເຂດນີ້ຍັງເກີດການບຸກໂຈມຕີການທະຫານຫຼາຍຄັ້ງ. ປະຈຸບັນ, ລັດເຊຍ ແລະ ຢູແກຼນ ພວມກ່າວຫາກັນຍິງປືນໃສ່ໂຮງງານ Zaporizhzhia.

ຕອບກັບ

ຂ່າວ/ບົດ​ອື່ນ