ອາ​ເມ​ລິ​ກາ, ອັງ​ກິດ, ອົດ​ສະ​ຕາ​ລີ, ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ ຢູ່​ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) -ວັນທີ 15 ກັນຍາ, ອາເມລິກາ, ອັງກິດ ແລະ ອົດສະຕາລີ ປະກາດວ່າ ຈະສ້າງການພົວພັນຄູ່ຮ່ວມມືຄວາມໝັ້ນຄົງສາມຝ່າຍທີ່ມີຊື່ວ່າ AUKUS ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ.

ອາ​ເມ​ລິ​ກາ, ອັງ​ກິດ, ອົດ​ສະ​ຕາ​ລີ, ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ ຢູ່​ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison  ພ້ອມກັນສ້າງສຳພັນທະມິດໃໝ່ (ພາບ: AP)

ກ່າວຄຳເຫັນກັບບັນດານັກຂ່າວ, ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງ ໃນອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າ ຕາມຂໍ້ກຳນົດຂອງການພົວພັນຄູ່ຮ່ວມມືໃໝ່ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ປະກາດ, ວໍຊິງຕັນ ແລະ ລອນດອນ ຈະສະໜອງໃຫ້ ອົດສະຕາລີ ເຕັກໂນໂລຢີ ແລະ ຄວາມສາມາດໃນການຜັນຂະຫຍາຍບັນດາກ່ຳປັ່ນດຳນ້ຳນິວເຄຼຍ.

ທ່ານປະທານາທິບໍດີ Biden ໄດ້ເນັ້ນໜັກວ່າ ທຸກໆປະເທດ ລ້ວນແຕ່ເຫັນໄດ້ຄວາມຈຳເປັນຂອງການຮຽກຮ້ອງໃຫ້ຮັບປະກັນສັນຕິພາບ ແລະ ສະຖຽນລະພາບ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ໃນໄລຍະຍາວ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ Morrison ຢັ້ງຢືນວ່າ ອົດສະຕາລີ ຈະບໍ່ປະກອບອາວຸດນິວເຄຼຍ ແລະ ຈະສືບຕໍ່ປະຕິບັດທຸກພັນທະບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຂອງ Canberra.

ທ່ານນາຍົກລັດຖະມົນຕີ  Johnson ເອີ້ນວ່າ ນີ້ແມ່ນຄຳຕັດສິນສຳຄັນສຳລັບ ອົດສະຕາລີ ເພື່ອມີເຕັກໂນໂລຢີປະດິດແຕ່ງກ່ຳປັ່ນດຳນ້ຳນິວເຄຼຍ ແລະ ຂໍ້ຕົກລົງສະບັບນີ້ ຈະເຮັດໃຫ້ໂລກມີຄວາມປອດໄພກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ