ອາເມລິກາ - ອິນເດຍ ດຳເນີນ ການໂອ້ລົມສົນທະນາຍຸດທະສາດຄັ້ງທີ 3

ອາເມລິກາ - ອິນເດຍ ດຳເນີນ ການໂອ້ລົມສົນທະນາຍຸດທະສາດຄັ້ງທີ 3 - ảnh 1
ທ່ານ​ນາງ Hilary Clinton ​ແລະ ຄູ່​ຕ່ຳ​ແໜ່​ງອິນ​ເດຍ  S.M. Krishna
( ພາບຈາກອີນເຕີແນດ )


(vovworld) - ວັນ​ທີ 13/6, ຢູ່​ວໍ​ຊິງ​ຕັນ ​ແຫ່ງ​ອາ​ເມ​ລິ​ກາ, ​ໄດ້​ດຳ​ເນີນ​ການ​​ໂອ້​ລົມ​ສົນທະນາ ຍຸດ​ທະ​ສາດ​ຄັ້ງ​ທີ 3 ລະຫວ່າງ ອາ​ເມ​ລິ​ກາ - ອິນ​ເດຍ . ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hilary Clinton ​ແລະ ຄູ່​ຕ່ຳ​ແໜ່​ງອິນ​ເດຍ  S.M. Krishna ​ເປັນ​ປະທານ​ການ​​ໂອ້​ລົມ​ສົນທະນາ. ສອງ​ຝ່າຍ​ໄດ້ປຶກສາ​ຫາລື​ບັນດານ​ບັນຫາ​ທີ່​ສຳ​ຄັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ກໍ​ສະ​ແດງ​​ໃຫ້​ເຫັນການ​ສະໜັບສະໜູນ​ນະ​ໂຍບາຍ​ພັດທະນາ​ຂອງ​ອີນ​ເດຍ ​ແລະ ​ເນັ້ນ​ໜັກ​​ເຖິງ​ບົດບາດ​ຂອງ​ສອງ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.

   “ອາ​ເມ​ລິ​ກາ ສືບ​ຕໍ່​ສະໜັບສະໜູນ​ນະ​ໂຍບາຍຫັນ​ໄປ​ສູ່​ທິດຕາ​ເວັນ​ອອກຂອງ​ອິນ​ເດຍ. ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ບົດບາດ​ສຳຄັນ​ໃນ​ອະນາຄົດ​ຂອງ​ພາກ​ພື້ນອາຊີ​ປາຊີ​ຟິກທີ່​ຂະ​ຫຍັນ​ຂັນ​ເຂື່ອນ ​ແລະ ສອງ​ປະ​ເທດ​ຄວນ​ເປີດ​ກ້ວາງ​ວຽກ​ງານ​ຕາມ​ທິດ​ສອງ​ຝ່າຍ ​ແລະ ອະ​ນຸມັດ​ຜ່ານບັນດາ​ອົງການ​ຫຼາຍ​ຝ່າຍ​ຄື ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ, ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ ​ເພື່ອ​ສ້າງ​ອົງ​ປະກອບ​ພາກ​ພື້ນ​ສາມາດ​ຊຸກຍູ້ການ​ເຕີບ​ໂຕ​ເສດຖະກິດ, ​ແກ້​ໄຂ​ການ​ພິດ​ພາດດ້ວຍ​ສັນຕິ​ວິທີ ​ແລະ ຮັກສາ​ບັນດາ​ສິດ ​ແລະ ມາດຖານ​ອັນເປັນ​ພື້ນຖານ​ໄດ​້”

   ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດອິນ​ເດຍ Krishna ​ໄດ້​ຖື​ວ່າ ບັນດາ​ສິ່ງທີ່​ກ່ອນ​ນີ້​ຖືກ​​ຖື​ວ່າ​ແມ່ນ​ໃໝ່​ອ່ຽມ ​ແລະ ບໍ່​ທັນ​ມີ​ມາ​ກ່ອນ​​ໃນ​ການ​ພົວພັນ​ອາ​ເມ​ລິ​ກາ - ອິນ​ເດຍ ປະຈຸ​ບັນ​ໄດ້​ກາຍ​ເປັນ​ການ​ຮ່ວມ​ມື​ປະຈຳ​ວັນ ​ແລະ ​​ທົ່ວ​ໄປ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ