ອາເມລິກາ, ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍ

(VOVWORLD) - ວັນທີ 14 ກັນຍາ, ກະຊວງການຕ່າງປະເທດ ອາເມລິກາ ປະກາດວ່າ ອາເມລິກາ ແລະ ອິນໂດເນເຊຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບເລື່ອວເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍລະຫວ່າງ 2 ປະເທດ.

ໃນແຈ້ງການສື່ມວນຊົນ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: "ທ່ານເອກອັກຄະລັດຖະທູດ Nathan A Sales ຜູ້ປະສານງານຕ້ານການກໍ່ການຮ້າຍຂອງ ອາເມລິກາ ແລະ ທ່ານຫົວໜ້າອົງການຕ້ານການກໍ່ການຮ້າຍແຫ່ງຊາດ ອິນໂດເນເຊຍ Suhardi Alius ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOU) ລະຫວ່າງລັດຖະບານ ອາເມລິກາ ແລະ ລັດຖະບານ  ສ.ອິນໂດເນເຊຍ ກ່ຽວກັບເລື່ອງເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍ".

ຕາມແຈ້ງການຕໍ່ສື່ມວນຊົນ, 2 ປະເທດຈະຍູ້ແຮງການຮ່ວມມືໂດຍຜ່ານການປັບປຸງແລກປ່ຽນຂໍ້ມູນຂ່າວສານ. 2 ຝ່າຍກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງກຳລັງຄວາມສາມາດຂອງຕົນເພື່ອຮັບມືກັບບັນດາໄພນາບຂູ່ ໂດຍຜ່ານການຮ່ວມມືດ້ານການສຶກສາບຳລຸງສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ