ອາເມລິກາ, ອີຢູ ບໍ່ຍ້ອມຮັບຮູ້ໝາກຜົນການລົງປະຊາມະຕິຢູ່ພາກຕາເວັນອອກ ຢູແກຼນ

ອາເມລິກາ, ອີຢູ ບໍ່ຍ້ອມຮັບຮູ້ໝາກຜົນການລົງປະຊາມະຕິຢູ່ພາກຕາເວັນອອກ ຢູແກຼນ - ảnh 1
(ພາບປະກອບ: AFP)

(vovworld) –  ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດພັນທະ​ມິດ​​ເອີ​ລົບ ​ໄດ້​ອອກ​ສຽງຄັດຄ້ານ​ໝາກຜົນ​ການລົງ​ປະຊາ​ມະຕິ​ເຊິ່ງຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ກ່ຽວ​ກັບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ບັນດາ​ພາກທິດຕາ​ເວັນ​ອອກ ຢູແກຼນ ​ແມ່ນ Donetsk ​ແລະ Lugansk. ກ່າວ​ຄຳ​ເຫັນ​ຕໍ່​ສື່​ມວນ​ຊົນ ​ໃນ​ວັນ​ທີ 12/05, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ Jen Psaki ​ໄດ້​ກ່າວ​ປະນາມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ດັ່ງກ່າວ​ໂດ​ຍບັນດາ​ພາກສ່ວນ​ມີ​ແຜນ​ນະ​ໂຍບາຍ​ຫັນ​ເປັນ​ສະຫະພັນ​ຢູ່​ແຂວງ Donetsk ​ແລະ ​ແຂວງ Lugansk ຈັດ​ຕັ້ງ​ຂຶ້ນ ​ເພື່ອ​ແນ​ໃສ່​ກໍ່​ຄວາມ​ແບ່ງ​ແຍກ ​ແລະ ​ເພີ່ມ​ຄວາມ​ວິຕົກ​ກັງວົນ​ຢູ່ ຢູ​ແກຼນ. ພ້ອມ​ກັນ​ກັບ​ທັດສະນະ​ຂອງ​ອາ​ເມ​ລິ​ກາ, ທ່ານ​ປະທານ​ສະພາ​ເອີ​ລົບ Van Rompuy ກໍ່​ກ່າວ​ປະນາມ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ຢູ່​ພາກຕາ​ເວັນ​ອອກ ຢູແກຼນ, ຖື​ເຫດການ​ນັ້ນ​ແມ່ນ​ບໍ່​ມີ​ຫຼັກ​ຖານ​ດ້ານ​ກົດໝາຍ, ບໍ່​ຊອບ​ທຳ ​ແລະ ບໍ່​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ອາດ​ຈະ​ເຮັດ​ໃຫ້​ສະພາບວິ​ກິດ​ການ​ຢູ່ ຢູ​ແກຼນ ​ເພີ່ມ​ຂຶ້ນ. ຕາມ​ທ່ານ Van Rompuy, ອີ​ຢູ ພຽງ​ແຕ່​ຮັບ​ຮູ້​ການ​ປອນ​ບັດ​ເລືອກ​ຕັ້ງໜຶ່ງ​ດຽວ ນັ້ນ​ແມ່ນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ທີ 25/05 ຈະ​ມາ​ເຖິງ​ຢູ່ ຢູ​ແກຼນ.

        ​ໃນ​ຂະນະ​ນັ້ນ, ວັງ Kremlin ພັດ​ຖື​ວ່າ “ມົດສກູ ​ເຄົາລົບ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ຢູ່ Donetsk ​ແລະ Lugansk”, ຮຽກຮ້ອງ​ໝາກຜົນ​ໄດ້​ຮັບ​ການ​ປະຕິບັດ​ໃນ​ບັນຍາກາດ​ທີ່​ບໍ່​ມີ​ການ​ໃຊ້​ຄວາມ​ຮຸນ, ຜ່າ​ນການ​ເຈລະຈາ​ລະຫວ່າງ​ບັນດາ​ຜູ້ຕາງໜ້າ​ຂອງ Kiev, Donetsk ​ແລະ Lugansk.

        ​​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງນາຍົກລັດຖະມົນຕີ Angela Merkel ສືບ​ຕໍ່​ຮຽກຮ້ອງ​ໃຫ້​ມີ​ມາດ​ຕະການ​ແກ້​ໄຂ​ທາງດ້ານ​ການ​ທູດ​ໃຫ້​ວິ​ກິດ​ການ​ທີ່​ແກ່ຍາວ​ຢູ່ ຢູ​ແກຼນ.

ຂ່າວ/ບົດ​ອື່ນ