ອາເມລິກາ - ອີຣານ ດຳເນີນການເຈລະຈາ 2 ຝ່າຍ

ອາເມລິກາ - ອີຣານ ດຳເນີນການເຈລະຈາ 2 ຝ່າຍ - ảnh 1
ຜູ້ຕາງໜ້າກຸ່ມ P5+1 ແລະ ອີຣານ ຢູ່ການເຈລະຈາຢູ່ ເຊີແນວ
(ພາບ: Reuters)

(vovworld) – ຕອນ​ບ່າຍ​ວັນ​ທີ 15/10, ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິກາ ທ່ານ​ໜຶ່ງ ​ໃຫ​້ຮູ້​ວ່າ: ຄະນະຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ນິວ​ເຄຼຍຂອງ​ປະ​ເທດ​ນີ້ ​ແລະ ອີຣານ ​ໄດ້​ດຳ​ເນີນການ​ເຈລະຈາ 2 ຝ່າຍ “ຢ່າງ​ມີ​ຜົນ​ປະ​ໂຫຍ​ດ” ຢູ່ ​ເຊີ​​ແນວ, ປະ​ເທດ​ສະ​ວິ​ດ. ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ຢູ່​ນອກ​ການ​ເຈລະຈາ​ນິວ​ເຄຼຍລະຫວ່າງ ອີຣານ ກັບ ກຸ່ມ P5+1 (​ເຊິ່ງລວມມີ: ອາ​ເມ​ລິ​ກາ, ລາຊະອານາຈັກ ອັງກິດ, ຝຣັ່ງ, ຈີນ, ລັດ​ເຊຍ ​ແລະ ​ເຢຍລະ​ມັນ) ​​ແລະ ​ແກ່ຍາວ​​ເປັນ​ເວລາ​ເກືອບ 1 ຊົ່ວ​ໂມງ. ​ແລ​ະກໍ່​ໃນ​ຈຸດ​ເວລາ​ນີ້, ​ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ທີ່ມີການ​ພົວພັນ​ກັບ​ຄະນະ​​ເຈລະຈາ​ນິວ​ເຄຼຍ ອີຣານ ກໍ່​ຮັບ​ຮູ້​ການ​ເຈລະຈາ​​ເຫຼົ່າ​ນັ້ນ, ​ແຕ່​ບໍ່​ໃຫ້​ຮູ້​ລະອຽດ.

        ການ​ພົບ​ປະ​ນີ້​ຖືກ​ດຳ​ເນີນ​ໄປ​ພາຍຫຼັງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Mohammad Javad Zarif ​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ ​​​ພົບ​ປະ 2 ຝ່າ​ຍທີ່​ແກ່ຍາວ​ເປັນ​ເວລາ 30 ນາທີ ຢູ່ ນິວຢອກເມື່ອ​ເດືອນ​ກ່ອນ.

 

ຂ່າວ/ບົດ​ອື່ນ