ອ​າ​ເມ​ລິ​ກາ​ ອາດ​ຈະ ປັດ​ເຂ່ຍ​ ຈີນ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ ຄອບ​ງຳ​ ເງິນ​ຕາ

(VOVWORLD) -ທັງ ທຳນຽບຂາວ ແລະ ກະຊວງການເງິນ ອາເມລິກາ ລ້ວນແຕ່ປະຕິເສດ ປະກອບຄຳຄິດເຫັນກ່ຽວກັບຂໍ້ມູນດັ່ງກ່າວ, ແຕ່ບັນດາ ດັດຊະນີຫຼັກຊັບພື້ນຖານຂອງ ອາເມລິກາ ລ້ວນແຕ່ເພີ່ມຂຶ້ນສູງ.

ອ​າ​ເມ​ລິ​ກາ​ ອາດ​ຈະ ປັດ​ເຂ່ຍ​ ຈີນ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ ຄອບ​ງຳ​ ເງິນ​ຕາ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ ປະທານປະເທດຈີນສີ ຈິ້ນຜິງ

(ພາບ:  Canberra Times)

ວັນທີ 13 ມັງກອນ, ໜັງສືພິມ ອາເມລິກາ ໄດ້ລົງຂ່າວວ່າ ວໍຊິງຕັນ ຈະປັດເຂ່ຍ ຈີນ ອອກຈາກບັນຊີລາຍຊື່ບັນດາປະເທດຄອບຄຳເງິນຕາ. ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫຼັງ 5 ເດືອນນັບແຕ່ ເມື່ອ ກະຊວງການເງິນ ອາເມລິກາຢັ້ງຢືນວ່າ ຈີນແມ່ນປະເທດຄອບງຳເງິນຕາຢ່າງເປັນທາງການ, ໃນສະພາບການທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີ ຈີນ ຄາດວ່າ ຈະລົງນາມເຂົ້າ ຂໍ້ຕົກລົງດ້ານການຄ້າໄລຍະທີ 1 ໃນວັນທີ 15 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ