ອາ​ເມ​ລິ​ກາ ອາດ​ຈະ​​ຖະ​ແຫຼງ​ແຜນ​ການ​ຮັກ​ສາ​ສັນ​ຕ​ິ​ພາບ​ຢູ່​ພາກ​ຕາ​ເວັນ​ອອກກາງ​​ກ່ອນ​ວັນ​ທີ 17 ກັນ​ຍາ

(VOVWORLD) - ທ່ານ GreenBlatt ໄດ້ຊີ້ແຈ້ງວ່າ “ພວກຂ້າພະເຈົ້າພວມຄິດໄລເຖິງບັນຫາການເລືອກຕັ້ງຢູ່ ອິດສະລາແອັນເພື່ອຕັດສິນວ່າຄວນຖະແຫຼງພາກສ່ວນດ້ານການເມືອງຂອງແຜນການກ່ອນຫຼືຫຼັງການເລືອກຕັ້ງ, ກໍ່ຄືກ່ອນຫຼືຫຼັງຈຸດເວລາທີ່ ອິດສະລາແອັນ ສ້າງລັດຖະບານໃໝ່".
ອາ​ເມ​ລິ​ກາ ອາດ​ຈະ​​ຖະ​ແຫຼງ​ແຜນ​ການ​ຮັກ​ສາ​ສັນ​ຕ​ິ​ພາບ​ຢູ່​ພາກ​ຕາ​ເວັນ​ອອກກາງ​​ກ່ອນ​ວັນ​ທີ 17 ກັນ​ຍາ - ảnh 1 ທ່ານ Jason GreenBlatt ທູດພິເສດຂອງ ອາເມລິກາ ຮັບຜິດຊອບພາກຕາເວັນອອກກາງ (ພາກ: timesofisrael.com)
ວັນທີ 8 ກໍລະກົດ, ສື່ມວນຊົນພາກພື້ນໄດ້ຄັດສະເໜີຄຳເວົ້າຂອງທ່ານ Jason GreenBlatt ທູດພິເສດຂອງ ອາເມລິກາ ຮັບຜິດຊອບພາກຕາເວັນອອກກາງໃຫ້ຮູ້ວ່າ: ອາເມລິກາ ອາດຈະຕັດສິນປະກາດພາກການເມືອງຂອງແຜນການຮັກສາສັນຕິພາບຢູ່ພາກຕາເວັນອອກກາງເພື່ອແນໃສ່ແກ້ໄຂການປະທະກັນລະຫວ່າງ ອິດສະລາແອັນ ແລະ ປາເເລັດສະຕິນ ກ່ອນທີ່ອິດສະລາແອັນ ຈະຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຄັ້ງທີ 2 ໃນວັນທີ 17 ກັນຍາ ຈະມາເຖິງ. ແລກປ່ຽນກັບນັກຂ່າວໜັງສືພິມປະຈຳວັນ ປາເເລັດສະຕິນ Al-Ayyam, ທ່ານ GreenBlatt ໄດ້ຊີ້ແຈ້ງວ່າ “ພວກຂ້າພະເຈົ້າພວມຄິດໄລ່ຊັ່ງຊາເຖິງບັນຫາການເລືອກຕັ້ງຢູ່ ອິດສະລາແອັນເພື່ອຕັດສິນວ່າຄວນຖະແຫຼງພາກການເມືອງຂອງແຜນການກ່ອນຫຼືພາຍຫຼັງການເລືອກຕັ້ງ, ກໍ່ຄືກ່ອນຫຼືພາຍຫຼັງຈຸດເວລາທີ່ ອິດສະລາແອັນ ສ້າງຕັ້ງລັດຖະບານໃໝ່". ທ່ານ GreenBlatt ກໍ່ໃຫ້ຮູ້ວ່າ ປະທານາທິບໍດີ ອາເມລິກາ Donald Trump ຈະຍົກອອກການຕັດສິນໂດຍໄວ, ແຕ່ບໍ່ໃຫ້ຮູ້ລາຍລະອຽດກ່ຽວກັບແຜນການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ