ອາເມລິກາ ຮັບຮູ້ ບັນດາຄວາມ ກ້າວໜ້າກ່ຽວກັບ ສິດທິມະນຸດຢູ່ ຫວຽດນາມ

ອາເມລິກາ ຮັບຮູ້ ບັນດາຄວາມ ກ້າວໜ້າກ່ຽວກັບ ສິດທິມະນຸດຢູ່ ຫວຽດນາມ - ảnh 1
ນັກຂ່າວ VOV ແລະ ທ່ານນາງ Uzra Zeya

(vovworld) – ຕອນ​ຄຳ່​ວັນທີ 27/2 (ຕາມ​ເວລາ ຫວຽດນາມ), ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ປະກາດ “ບົດລາຍ​ງານ​ປະຈຳ​ປີ ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ໂລກ​ປີ 2013”, ​ເຕື້ອງ​ເຖິງ​ບັນຫາ​ສິດທິ​ມະນຸດ​ຂອງ​ຫຼາຍ​ປະ​ເທດ​ອື່ນໆ​ໃນ​ໂລກ, ​ໃນ​ນັ້ນ​ມີ ຫວຽດນາມ.

    ​ເມື່ອ​ແລ​ກປ່ຽນ​ກັບ​ນັກ​ຂ່າວວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​ເນື່ອງ​ໃນ​​ໂອກາດ​ນີ້, ຜູ້​ຮັກສາການ​​​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ບັນຫາປະຊາທິປະ​ໄຕ, ສິດທິ​ມະນຸດ ​ແລະ ​ແຮງ​ງານ ທ່ານນາງ Uzra Zeya ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຮັບ​ຮູ້​ບັນດາ​ຄວາມ​ກ້າວໜ້າ​ໃນ​ຫຼາຍ​ຂົງ​ເຂດ​ກ່ຽວຂ້ອງ​ເຖິງ​ສິດທິ​ມະນຸດ​ຢູ່ ຫວຽດນາມ, ​ໃນ​ນັ້ນ​ມີ​ສິດ​ເສ​ລີ​ທາງ​ສາສະໜາ ​ເຊິ່ງ​​ພົ້ນເດັ່ນ​​ແມ່ນ​ຈຳນວນ​ຮາກ​ຖານ​ເຄື່ອນໄຫວສາສະໜາ​ຈົດ​ທະບຽນ​ໃໝ່​ໄດ້ເພີ່ມ​ຂຶ້ນ, ພ້ອມ​ທັງ​ຊົມ​ເຊີຍ ຫວຽດນາມ ​ເຊັນ​ສົນທິສັນຍາ​ກ່ຽວ​ກັບ​ການ​ຕ້ານ​ການ​ທໍລະມານ​ຂອງ ສປຊ ​ແລະ ​ເຄົາລົບ​ນັບຖື​ສິດ​ຂອງ​ຜູ້ທີ່ມີຄວາມຮັກເພດດຽວ. ທ່ານນາງ Uzra Zeya ​ໃຫ້​ຮູ້​ວ່າ:

    “ຫວຽດນາມ ​ແລະ ອາ​ເມ​ລິ​ກາ ມີ​ບາງ​ຄວາມ​ຮັບ​ຮູ້​ລວມ​ໃນ​ບັນຫາ​ສິ​ດທິມະນຸດ. ອາ​ເມ​ລິ​ກາ​ຕີ​ລາຄາ​ສູງ ​ແລະ ຢາກ​ຮັກສາ​ການ​ສົນທະນາ​ຫາລື​ກ່ຽວ​ກັບ​ສິດທິ​ມະນຸດ ສຳລັບ​ລັດຖະບານ ຫວຽດນາມ ບໍ່​ພຽງ​ແຕ່​ເພື່ອ​ຊຸກຍູ້​ຄວາມ​ຄືບ​ໜ້າ​ໃນ​ບັນຫາ​ນີ້​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຍູ້​​ແຮງການ​ພົວພັນ 2 ຝ່າຍ​ອີກ​ດ້ວຍ. ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ​ໄລຍະ​ມໍ່​ໆມາ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ​ມີ​ໂອກາດ​ພົບ​ປະ​ກັບ​ການ​ນຳລັດຖະບານ ​ແລະ ປະຊາຊົນ ຫວຽດນາມ, ກໍ່​ຄືໄດ້​ເຂົ້າ​ຮ່ວມ​ພິທີ​ສວດມົນພາວະນາຢູ່​​ໂບດ. ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ, ບໍ່​ພຽງ​ແຕ່​ໃນວິທີສຳ​ພັດ​ຂອງ​ພວກ​ຂ້າພະ​ເຈົ້າ​ສຳລັບ ຫວຽດນາມ ​ເທົ່າ​ນັ້ນ ຫາ​ກຍັງ​ໃນ​ວິທີ​ສຳ​ພັດ​ຂອງ​ພວກ​ເຮົາ​ສຳລັບ​ບັນຫາ​ສິດທິ​ມະນຸດ​ໃນ​ທົ່ວ​​ໂລກ ອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ