ອາເມລິກາ ຮຽກຮ້ອງ ພົນລະເມືອງຂອງປະເທດນີ້ຕ້ອງອອກຈາກ ອາບການິສະຖານໂດຍໄວ

(VOVWORLD) -ພົນລະເມືອງ ອາເມລິກາ ຄວນຄິດໄລ່ຊັ່ງຊາບັນດາຖ້ຽວບິນການຄ້າເພື່ອເດີນທາງອອກຈາກ ອາບການິສະຖານໂດຍໄວ
ອາເມລິກາ ຮຽກຮ້ອງ ພົນລະເມືອງຂອງປະເທດນີ້ຕ້ອງອອກຈາກ ອາບການິສະຖານໂດຍໄວ - ảnh 1ອາເມລິກາ ຮຽກຮ້ອງ ພົນລະເມືອງຂອງປະເທດນີ້ຕ້ອງອອກຈາກ ອາບການິສະຖານໂດຍໄວ
(ພາບປະກອບ:Reuters)

ໃນແຈ້ງການສະບັບຫນຶ່ງຂອງວັນທີ 7 ສິງຫາ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອາບການິສະຖານ ໄດ້ຮຽກຮ້ອງພົນລະເມືອງປະເທດນີ້ ທີ່ຍັງຢູ່ອາບການິສະຖານ ຕ້ອງອອກຈາກປະເທດນີ້ໂດຍໄວ.

ຄຳເຕືອນໄດ້ຍົກອອກມາໃນສະພາບກຳລັງ ຕາລີບານ ພວມເປີດກວ້າງບັນດາການບຸກໂຈມຕີໃສ່ກຳລັງປ້ອງກັນຄວາມສະຫງົບຂອງລັດຖະບານ ເພື່ອແນໃສ່ຢຶດເອົາເຂດດິນແດນ. ຕາມນັ້ນແລ້ວ ພົນລະເມືອງ ອາເມລິກາ ຄວນຄິດໄລ່ຊັ່ງຊາບັນດາຖ້ຽວບິນການຄ້າເພື່ອເດີນທາງອອກຈາກ ອາບການິສະຖານ.

ສະຖານທູດ ອາເມລິກາ ໃຫ້ຮູ້ວ່າ: ຍ້ອນເງື່ອນໄຂຄວາມສະຫງົບປອດໄພປະຈຸບັນ ແລະ ເລື່ອງສະຖານທູດຕ້ອງຫລຸດຜ່ອນພະນັກງານ, ຄວາມສາມາດຫນູນຊ່ວຍພົນລະເມືອງ ອາເມລິກາ ຢູ່ ອາບການິສະຖານ ຖືກຈຳກັດ ຊ້ຳບໍ່ໜຳ ນັບທັງຢູ່ ນະຄອນຫລວງ Kabul.

ຕອບກັບ

ຂ່າວ/ບົດ​ອື່ນ