ອາ​ເມ​ລິ​ກາ ຮ​ຽກ​ຮ້ອງ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ເຂດ Nagorny – Karabakh

(VOVWORLD) - ໄລ່ຮອດຕອນຄ່ຳວັນທີ 26 ກັນ (ຕາມເວລາທ້ອງຖິ່ນ), ຈຳນວນຜູ້ເສຍຊີວິດໃນເຫດສາງເຊື້ອໄຟ ລະເບີດຂຶ້ນຢູ່ເຂດ Nagorny – Karabakh ໄດ້ເພິ້ມຂຶ້ນເປັນ 68 ຄົນ, ມີຜູ້ຫາຍສາບສູນ 105 ຄົນ ແລະ ຜູ້ຮັບບາດເຈັບເກືອບ 300 ຄົນ. 
ອາ​ເມ​ລິ​ກາ ຮ​ຽກ​ຮ້ອງ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ເຂດ Nagorny – Karabakh - ảnh 1ບັນດາຕຶກອາຄານຖືກເປເພໃນບັ້ນການທະຫານ ໂດຍ ອາເຊັກໄບຢານ ດຳເນີນ ຢູ່ເທດສະບານເມືອງ Stepanakert ຂຶ້ນກັບເຂດຂັດແຍ້ງ Nagorny-Karabakh ໃນວັນທີ 20 ກັນຍາ 2023 (ພາບ: AFP/TTXVN)

ຕາມຕົວເລກຫຼ້າສຸດ, ໄລ່ຮອດຕອນຄ່ຳວັນທີ 26 ກັນ (ຕາມເວລາທ້ອງຖິ່ນ), ຈຳນວນຜູ້ເສຍຊີວິດໃນເຫດສາງເຊື້ອໄຟ ລະເບີດຂຶ້ນຢູ່ເຂດ Nagorny – Karabakh ໄດ້ເພິ້ມຂຶ້ນເປັນ 68 ຄົນ, ມີຜູ້ຫາຍສາບສູນ 105 ຄົນ ແລະ ຜູ້ຮັບບາດເຈັບເກືອບ 300 ຄົນ.  ໃນການຢ້ຽມຢາມ ອາກເມເນຍ ໃນວັນທີ 26 ກັນຍາ, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ ທ່ານນາງ Samantha Power ແຈ້ງໃຫ້ຊາບວ່າ ປະເທດນີ້ ຈະສະໜອງເງິນຊ່ວຍເຫຼືອມະນຸດສະທຳທີ່ມີມູນຄ່າ 11,5 ລ້ານ USD ໃຫ້ແກ່ເຂດນີ້.  

        ກ່ຽວຂ້ອງເຖິງເຫດລະເບີດດັ່ງກ່າວ, ໃນວັນທີ 26 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເຊັກໄບຢານ Ilham Aliyev, ເນັ້ນໜັກວ່າ ເລື່ອງປົກປ້ອງສາມັນຊົນຢູ່ Nagorny-Karabakh ແລະ ອະນຸຍາດໃຫ້ບຸກຄົນເຫຼົ່ານັ້ນໄດ້ເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍຮຽກຮ້ອງໃຫ້ສືບຕໍ່ໃຫ້ການຊ່ວຍເຫຼືອມະນຸດສະທຳແກ່ເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ