ອາ​ເມ​ລິ​ກາ​ ເນັ້ນ​ໜັກ​ສະ​ໜັບ​ສະ​ໜູນ​ວິ​ທີ​ການ​ແກ້​ໄຂ​ສອງ​ປະ​ເທດ ສຳ​ລັບ​ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ລາ​ແອັນ - ປາ​ແລ​ັດ​ສະ​ຕິ​ນ

(VOVWORLD) -ທ່ານລັດຖະມົນຕີກະຊວງການຕ່າງປະເທດ Antony Blinken ໄດ້ເນັ້ນໜັກເຖິງວິທີການແກ້ໄຂສອງປະເທດ ແມ່ນສິ່ງດີທີ່ສຸດເພື່ອຮັບປະກັນອະນາຄົດຂອງ ອິດສະລາແອັນ ໃນການດຳລົງຊີວິດກັບປະເທດ ປາແລັດສະຕິນຢ່າງມີສັນຕິພາບ.
ອາ​ເມ​ລິ​ກາ​ ເນັ້ນ​ໜັກ​ສະ​ໜັບ​ສະ​ໜູນ​ວິ​ທີ​ການ​ແກ້​ໄຂ​ສອງ​ປະ​ເທດ ສຳ​ລັບ​ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ລາ​ແອັນ - ປາ​ແລ​ັດ​ສະ​ຕິ​ນ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ: Getty)

ວັນທີ 22 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ເນັ້ນໜັກວ່າ ສະໜັບສະໜູນວິທີການແກ້ໄຂສອງປະເທດ ສຳລັບການປະທະກັນລະຫວ່າງ ອິດສະລາແອັນ - ປາແລັດສະຕິນ. ທີ່ການໂອ້ລົມສົນທະນາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິດສະລາແອັນ Gabi Ashkenazi ໃນວັນທີ 22 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Antony Blinken ໄດ້ເນັ້ນໜັກເຖິງວິທີການແກ້ໄຂສອງປະເທດ ແມ່ນສິ່ງດີທີ່ສຸດເພື່ອຮັບປະກັນອະນາຄົດຂອງ ອິດສະລາແອັນ ໃນການດຳລົງຊີວິດກັບປະເທດ ປາແລັດສະຕິນຢ່າງມີສັນຕິພາບ. ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ຕັກເຕືອນວ່າ ອາເມລິກາ ສືບຕໍ່ໃຫ້ຄຳໝັ້ນສັນຍາ ຕ້ານຄືນບັນດາການກະທຳຝ່າຍດຽວ ແລະ ການຕ້ານຄືນອິດສະລາແອັນທີ່ບໍ່ມີຄວາມຍຸຕິທຳ ຢູ່ບັນດາເວທີປາໄສຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ