ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ສະ​ພາບ​ການ​ຢູ່ ສ​ປ​ປ.ເກົາຫຼີ

(VOVWORLD) - ຄາດວ່າ, ສ.ເກົາຫຼີ ແລະ ອາເມລິກາ ຈະເລີ່ມການຊ້ອມຮົບທາງອາກາດຮ່ວມນັດສາມັນໃນອາທິດໜ້າ.
ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ສະ​ພາບ​ການ​ຢູ່ ສ​ປ​ປ.ເກົາຫຼີ - ảnh 1

 (ພາບ: KCNA/TTXVN)

  ວັນທີ 2 ພຶດສະພາ, ກະຊວງປ້ອງກັນປະເທດອາເມລິກາ ຢັງຢືນວ່າ ຈະສືບຕໍ່ຕິດຕາມກວດກາສະພາບການຢູ່ ສປປ.ເກົາຫຼີ ຢ່າງແໜ້ນແຟ້ນ, ພ້ອມທັງຈະຊອກຫາວິທີເກັບກຳ ແລະ ແບ່ງປັນຂໍ້ມູນຂ່າວທີ່ມີປະສິດທິຜົນກ່ວາອີກກັບ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. ທ່ານ John Kirby ໂຄສົກກະຊວງປ້ອງກັນປະເທດອາເມລິກາ ໃຫ້ຮູ້ວ່າ, ປະເທດນີ້ ຈະຕິດຕາມກວດກາບັນດາສັນຍານຂອງ ສປປ.ເກົາຫຼີ ຢ່າງແໜ້ນແຟ້ນ, ພາຍຫຼັງບັນດາເຫດຍິງທົດລອງລູກສອນໄຟໃນມໍ່ໆມານີ້ຂອງ ພຽງຢ່າງ.

   ໃນຂະນະນັ້ນ, ວັນທີ 3 ພຶດສະພາ, ສຳນັກຂ່າວສານ Yonhap ໄດ້ຄັດສະເໜີບັນດາແຫຼ່ງຂ່າວໂດຍໃຫ້ຮູ້ວ່າ, ຄາດວ່າ, ສ.ເກົາຫຼີ ແລະ ອາເມລິກາ ຈະເລີ່ມການຊ້ອມຮົບທາງອາກາດຮ່ວມນັດສາມັນໃນອາທິດໜ້າ ກ່ອນພິທີຮັບຕຳແໜ່ງຂອງທ່ານ  Yoon Suk-yeol ປະທານາທິບໍດີຜູ້ຫາກໍ່ໄດ້ຮັບການເລືອກຕັ້ງຄືນໃໝ່, ຜູ້ທີ່ໄດ້ໃຫ້ຄຳໝັ້ນສັນຍາ ຈະປັບປຸງສຳພັນທະມິດຄວາມໝັ້ນຄົງລະຫວ່າງ Seoul-Washington ດ້ວຍຄຳຂວັນ “ສັນຕິພາບຜ່ານກຳລັງແຮງ”.

ຕອບກັບ

ຂ່າວ/ບົດ​ອື່ນ