ອາເມລິກາ ເພີ່ມທະວີການລົງໂທດ ສປປ ເກົາຫຼີ

ອາເມລິກາ ເພີ່ມທະວີການລົງໂທດ ສປປ ເກົາຫຼີ - ảnh 1
(ພາບ​ປະ​ກອບ​ຈາກ EPA/TTXVN)

(vovworld) – ​ວັນ​ທີ 31/3, ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ໄດ້​​ແຈ້ງ​ໃຫ້​ຊາບ​ການປະ​ກາດ​ໃຊ້​ຄຳ​ສັ່ງ​ລົງ​ໂທດ​ສຳ​ລັບ 11 ບຸກ​ຄົນ ແລະ ບໍ​ລິ​ສັດ ສ​ປ​ປ ເກົາຫຼີ ແຫ່ງ​ໜຶ່ງ ດ້ວຍ​ຄຳ​ກ່າວ​ຫາ​ມີ​ການ​ພົວ​ພັນ​ເຖິງ​ໂຄງກ​ານ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ຂອງ ພຽງ​ຢາງ. ຄຳ​ສັ່ງ​ລົງ​ໂທດ​ເພິ່ມ​ເຕີ​ມ ແນ​ໃສ່​ບັນ​ດາ​ພົນ​ລະ​ເມືອງ ສ​ປ​ປ ເກົາຫຼີ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ທີ່​ຖືກ​ລະ​ແວງ​ສົງ​ໄສ​ໜູນ​ຊ່ວຍ​ບັນ​ດາ​ອົງ​ກອນນອນ​ໃນ​ບັນ​ຊີ​ລາຍ​ຊື່​ຖືກ​ ອາ​ເມ​ລິ​ກາ ຫຼື ສ​ປ​ຊ ລົງ​ໂທດ, ກ່ຽວ​ຂ້ອງ​ເຖ​ິງ​ໂຄງ​ການ​ພັດ​ທະ​ນາ​ອາ​ວຸດ​ລ້າງ​ຜານ (WMD) ຂອງ​ພຽງ​ຢາງ. ຄຳ​ສັ່ງ​ລົງ​ໂທດ​ໃໝ່​ເພື່ອ​ແນ​ໃສ່​ໂຕ້​ຕອບ​ໂຄງ​ການ​ພັດ​ທະ​ນາ WMD ກໍ່​ຄື​ເລື່ອງ ສ​ປ​ປ ເກົາຫຼີ ໄດ້​ລະ​ເມີດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ຄວາ​ມ​ໝ​ັ້ນ​ຄົງ ສ​ປ​ຊ ຢ່າງ​ຕໍ່​ເນື່ອງ. ອົງ​ກອນ​ທີ່​ຖືກ​ລົງ​ໂທດ​ໃນ​ຄັ້ງ​ນີ້​ແມ່​ນ​ກຸ່ມ​ບໍ​ລິ​ສັດ​ການ​ຄ້າ Paeksol ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ສ​ປ​ປ ເກົາຫຼີ. ໃນ​ຂະ​ນະ​ນັ້ນ, ມີ 11 ບຸກ​ຄົນ​ຖືກ​ລົງ​ໂທດ ແມ່ນ​ບັນ​ດາ​ບຸກ​ຄົນ​ເຮັດ​ວຽກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫຼື ທະ​ນາ​ຄານ ຂອງ ສ​ປ​ປ ເກົາຫຼີ ຢູ່ ຕ່າງ​ປະ​ເທດ.


ຂ່າວ/ບົດ​ອື່ນ