ອາເມລິກາ, ເມຊີໂກ ແລະ ບັນດາປະເທດ ອາເມລິກາກາງ ສ້າງຕັ້ງກຸ່ມຕ້ານການຄ້າມະນຸດ

(VOVWORLD) - ລົດຕູ້ຄອນເຕີ ຂົນສົ່ງຊາວອົບພະຍົບຜິດກົດໝາຍທີ່ຖືກປິ້ນໃນວັນທີ 9 ທັນວາ ຢູ່ເສັ້ນທາງຄວາມໄວສູງ ຊານນະຄອນ Tuxtla Gutierrez, ລັດ Chiapas, ພາກໃຕ້ ເມຊີໂກ ເຮັດໃຫ້ 55 ຄົນຖືກເສຍຊີວິດ ແລະອີກ 104 ຄົນໄດ້ຮັບບາດເຈັບ.

ວັນທີ 10 ທັນວາ, ທ່ານ Marcelo Ebrard ລັດຖະມົນຕີກະຊວງການຕ່າງປະເທດ ເມຊີໂກ ໄດ້ປະກາດວ່າ ປະເທດນີ້ ພ້ອມກັບ ອາເມລິກາ ແລະບາງປະເທດຢູ່ ພາກພື້ນ ອາເມລິກາກາງ ໄດ້ເຫັນເອກະພາບສ້າງຕັ້ງກຸ່ມໂຕ້ຕອບວ່ອງໄວຕໍ່ພວກອາດຊະຍາກອນການຄ້າມະນຸດຂ້າມຊາຍແດນ, ຫົວຫນ່ວຍນີ້ ຈະມີຫນ້າທີ່ແມ່ນສືບສວນ, ຊອກຫາ ແລະ ກັກຕົວຜູ້ທີ່ກ່ຽວຂ້ອງເຖິງກໍລະນີ ລົດຕູ້ຄອນເຕີ ຂົນສົ່ງຊາວອົບພະຍົບຜິດກົດໝາຍທີ່ຖືກປິ້ນໃນວັນທີ 9 ທັນວາ ຢູ່ເສັ້ນທາງຄວາມໄວສູງ ຊານນະຄອນ Tuxtla Gutierrez, ລັດ Chiapas, ພາກໃຕ້ ເມຊີໂກ ເຮັດໃຫ້ 55 ຄົນຖືກເສຍຊີວິດ ແລະອີກ 104 ຄົນໄດ້ຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ