ອາເມລິກາ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການໂຈະຈັດວາງອັດຕາພາສີ

(VOVWORLD) -ທໍານຽບຂາວ ໃຫ້ຮູ້ວ່າ ອາເມລິກາ ແລະ ຈີນ ໄດ້ເຫັນດີໂຈະຈັດວາງອັດຕາພາສີເພີ່ມເຕີ່ມ
ອາເມລິກາ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການໂຈະຈັດວາງອັດຕາພາສີ - ảnh 1ການຮັບປະທານອາຫານຄໍ່າລະຫວ່າງ ອາເມລິກາ ແລະ ຈີນ ຢູ່ນອກກອງປະຊຸມສຸດຍອດ G20 (ພາບ:Reuters)

ວັນທີ 1 ທັນວາ, ທໍານຽບຂາວ ໃຫ້ຮູ້ວ່າ ອາເມລິກາ ແລະ ຈີນ ໄດ້ເຫັນດີໂຈະຈັດວາງອັດຕາພາສີເພີ່ມເຕີ່ມ ໃນຂະນະສອງປະເທດ ຈະດໍາເນີນບັນດາການເຈລະຈາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງການຄ້າພາຍໃນ 90 ວັນ. ຖະແຫຼງການດັ່ງກ່າວ ໄດ້ຍົກອອກ ພາຍຫຼັງການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ  Donald Trump  ແລະ ທ່ານປະທານປະເທດຈີນ ສີຈິ້ນຜີງ ທີ່ການຮັບປະທານອາຫານຄໍ່າ ຢູ່ນອກກອງປະຊຸມສຸດຍອດ G20  ຢູ່ ອາກຊັງຕີນ. ຖະແຫຼງການຂອງທໍານຽບຂາວ ໄດ້ຊີ້ແຈ້ງວ່າ ທ່ານປະທານາທິບໍດີ Donald Trump   ໄດ້ເຫັນດີໂຈະການເພີ່ມອັດຕາພາສີແຕ່ 10% ໃນປັດຈຸບັນຂຶ້ນເຖິງລະດັບ 25% ສໍາລັບໝວດສິນຄ້ານໍາເຂົ້າຈາກ ຈີນ ລວມມູນຄ່າ 200 ຕື້ USD. ກົງກັນຂ້າມ, ຈີນ ໄດ້ເຫັນດີ ຊື້ສິນຄ້າປະເພດຜະລິດຕະພັນກະເສດ, ພະລັງງານ ແລະ ບັນດາຜະລິດຕະພັນອື່ນໆ ດ້ວຍປະລິມານຫຼາຍ ຈາກ ອາເມລິກາ  ເພື່ອແນໃສ່ຫຼຸດຜ່ອນການຂາດດຸນການຄ້າສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ