ອາ​ເມ​ລິ​ກາ ແລະ ຈີນ​ເຫັ​ນ​ດີ​ເປັນ​ເອ​ກະ​ພາບເລ​ີ່ມ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ດ້ານ​ເສດ​ຖະ​ກິດ​ຮອບ​ດ້ານ​ຄືນ​ໃໝ່

(VOVWORLD) - ອາເມລິກາ ແລະ ຈີນໄດ້ເຫັນດີເປັນເອກະພາບເລີ່ມຈັດຕັ້ງບັນດາການເຈລະຈາສອງຝ່າຍ 6 ເດືອນ ເທື່ອໜຶ່ງ ເພື່ອແນໃສ່ແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ານເສດຖະກິດ, ເຊິ່ງຖືກຢຸດສະຫງັກນັບແຕ່ເມື່ອຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກປິນຂັ້ນໄດ.ອ
ອາ​ເມ​ລິ​ກາ ແລະ ຈີນ​ເຫັ​ນ​ດີ​ເປັນ​ເອ​ກະ​ພາບເລ​ີ່ມ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ດ້ານ​ເສດ​ຖະ​ກິດ​ຮອບ​ດ້ານ​ຄືນ​ໃໝ່ - ảnh 1 ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີຈີນ (ພາບ: China Plus/TTXVN)

ວັນທີ 11 ມັງກອນ, ໜັງສືພິມ Wall Street Journal ໄດ້ລົງຂ່າວກ່ຽວກັບການເຊື່ອມຕໍ່ບັນດາການປຶກສາຫາລືໃນຂອບເຂດ “ການເຈລະຈາ ເສດຖະກິດຢ່າງຮອບດ້ານລະຫວ່າງ ອາເມລິກາ - ຈີນ” ເຊິ່ງຈະໄດ້ປະກາດໃນວັນທີ 15 ມັງກອນ ຄືເປັນສ່ວນໜຶ່ງທີ່ສຳຄັນໃນພິທີລົງນາມຂໍ້ຕົກລົງດ້ານການຄ້າໄລຍະທີ 1 ລະຫວ່າງບັນດາເຈົ້າໜ້າທີ່ຂັ້ນສູງຂອງ ອາເມລິກາ ແລະ ຈີນ ໂດຍ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີຈີນ ນຳໜ້າເຂົ້າຮ່ວມການເຈລະຈາ. ບັນດາວາລະກອງປະຊຸມ ຕາມການກຳນົດເວລາ ລະຫວ່າງ ສອງຝ່າຍຈະຊຸກຍູ້ບັນດາການປຶກສາຫາລືຂັ້ນສູງ ແລະ ຮັກສາຄວາມສະຖຽນລະພາບລະຫວ່າງ ສອງ ພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ