ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ ອາ​ຟ​ະ​ລິ​ກາ ບັນ​ລຸ​ໄດ້​ຂໍ້​​ຕົກ​ລົງ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ບັນ​ລຸ 15 ຕື້ USD

(VOVWORLD) -ອາເມລິກາ ໃຫ້ຄຳໝັ້ນສັນຍາບັນລຸໄດ້ຂໍ້ຕົກລົງການຄ້າ 2 ສົ້ນ ດ້ວຍມູນຄ່າ 15 ຕື້ USD ກັບບັນດາປະເທດ ອາຟະລິກາ ຢູ່ກອງປະຊຸມສຸດຍອດ ອາເມລິກາ - ອາຟະລິກາ ທີ່ໄດ້ດຳເນີນໃນວັນທີ 13 ທັນວາ, ຢູ່ນະຄອນຫຼວງ ວໍຊິງຕັນ DC. 
ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ ອາ​ຟ​ະ​ລິ​ກາ  ບັນ​ລຸ​ໄດ້​ຂໍ້​​ຕົກ​ລົງ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ບັນ​ລຸ 15 ຕື້ USD - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພ້ອມກັບຜູ້ຕາງໜ້າບາງປະເທດ ອາຟະລິກາ ເຂົ້າຮ່ວມວາລາປຶກສາຫາລືກ່ຽວກັບສະພາບແວດລ້ອມໃນວັນທີ 13 ທັນວາ (ພາບ: Getty Images)

ວັນທີ 14 ທັນວາ, ທຳນຽບຂາວ ໃຫ້ຮູ້ວ່າ ອາເມລິກາ ໃຫ້ຄຳໝັ້ນສັນຍາບັນລຸໄດ້ຂໍ້ຕົກລົງການຄ້າ 2 ສົ້ນ ດ້ວຍມູນຄ່າ 15 ຕື້ USD ກັບບັນດາປະເທດ ອາຟະລິກາ ຢູ່ກອງປະຊຸມສຸດຍອດ ອາເມລິກາ - ອາຟະລິກາ ທີ່ໄດ້ດຳເນີນໃນວັນທີ 13 ທັນວາ, ຢູ່ນະຄອນຫຼວງ ວໍຊິງຕັນ DC. ໃນຖະແຫຼງການສື່ມວນຊົນຂອງ ທໍານຽບຂາວ ໄດ້ຍົກອອກຄຳໝັ້ນສັນຍາຢ່າງຈະແຈ້ງວ່າ, ຂໍ້ຕົກລົງສະບັບນີ້ ເພື່ອແນໃສ່ຊຸກຍູ້ບັນດາບຸລິມະສິດຮ່ວມມືຕົ້ນຕໍ, ໂດຍລວມມີ ພະລັງງານແບບຍືນຍົງ, ລະບົບສາທາລະນະສຸກ, ເຮັດທຸລະກິດດ້ານກະສິກຳ, ເຊື່ອມຕໍ່ດີຈີຕອນ, ພື້ນຖານໂຄງລ່າງ ແລະ ດ້ານການເງິນ.

        ໃນສັບປະດານີ້, ທ່ານປະທານາທິບໍດີ Joe Biden  ໄດ້ຕ້ອນຮັບການນຳອາຟະລິກາ 50 ທ່ານ ຢູ່ ວໍຊິງຕັນ ໃນຄວາມມານະພະຍາຍາມປັບປຸງສາຍພົວພັນຂອງ ອາເມລິກາ ກັບບັນດາປະເທດ ອາຟະລິກາ, ເມື່ອມີບັນດາຄວາມວິຕົກກັງວົນທີ່ວ່າ ຈີນ ແລະ ລັດເຊຍ ນັບມື້ນັບເພີ່ມທະວີການມີໜ້າໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ