ອາເມລິກາ ແລະ ສ.ເກົາຫຼີຢຸດຕິການຊ້ອມຮົບຮ່ວມຜູ້ພິທັກເສລີພາບ Ulchi

(VOVWORLD) -ນີ້ແມ່ນການປະພຶດທີ່ມີເຈດຕະນາດີ ເພື່ອສ້າງເງື່ອນໄຂໃຫ້ການປອດນິວເຄຼຍຢູ່ແຫຼມເກົາຫຼີ

 ຮຸ່ງເຊົ້າວັນທີ 19 ມິຖຸນາ ຕາມເວລາຫວຽດນາມ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ແຈ້ງຂ່າວໃຫ້ປະເທດນີ້ ແລະ ອາເມລິກາວ່າ ໄດ້ເຫັນດີເປັນເອກະພາບຢຸດຕິ ການຊ້ອມຮົບຮ່ວມຜູ້ພິທັກເສລີພາບ Ulchi ຊົ່ວຄາວ ຄາດວ່າ ຈະດຳເນີນໃນເດືອນສິງຫາ ຈະມາເຖິງໃນສະພາບການທີ່ບັນດາຝ່າຍພວມມານະພະຍາຍາມເຈລະຈາ ເພື່ອການປອດນິວເຄຼຍຢູ່ແຫຼມເກົາຫຼີ. ກະຊວງປ້້ອງກັນປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ປັດຈຸບັນ, ຍັງບໍ່ມີຄຳຕັດສິນໃດທີ່ກ່ຽວຂ້ອງເຖິງບັນດາການຊ້ອມຮົບຮ່ວມອື່ນ.

        ວັນທີ 12 ມິຖຸນາ, ພາຍຫຼັງກອງປະຊຸມສຸດຍອດກັບການນຳ ສປປ.ເກົາຫຼີ Kim Jong –un ທີ່ສິງກະໂປ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດແຜນການຢຸດຕິບັນດາການຊ້ອມຮົບ “ເກາະຜິດ, ບໍ່ສອດຄ່ອງ ແລະ ສິ້ນເປືອງ” ກັບ ສ.ເກົາຫຼີ, ເຊິ່ງພຽງຢາງ ໄດ້ໃຫ້ການຕຳໜິຕິຕຽນວ່າ ແມ່ນການກະທຳຝຶກຊ້ອມຮຸກຮານ. ການປະກາດຂອງ ທ່ານປະທານາທິບໍດີ Trump ໄດ້ກໍ່ການໂຕ້ຖຽງກັນຢ່າງແຮງຢູ່ທັງສອງປະເທດ, ສຳລັບຜູ້ທີ່ສະໜັບສະໜູນ ຖືວ່າ ນີ້ແມ່ນການປະພຶດທີ່ມີເຈດຕະນາດີ ເພື່ອສ້າງເງື່ອນໄຂໃຫ້ການປອດນິວເຄຼຍຢູ່ແຫຼມເກົາຫຼີ, ໃນຂະນະນັ້ນ, ບັນດາບຸກຄົນຜູ້ຕຳໜິຕິຕຽນພັດຖືວ່າ ນີ້ແມ່ນຄວາມເສຍຫາຍຕໍ່ການພົວພັນພັນທະມິດສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ