ອາເມລິກາ ແລະ ຫວຽດນາມ ເພີ່ມທະວີການຮ່ວມມື ໃນການຄົ້ນພົບ ແລະ ຮັບມືກັບໂລກລະບາດ

ອາເມລິກາ ແລະ ຫວຽດນາມ ເພີ່ມທະວີການຮ່ວມມື ໃນການຄົ້ນພົບ ແລະ ຮັບມືກັບໂລກລະບາດ - ảnh 1
ພາບປະກອບ:internet

(vovworld) - ສູນປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກລະບາດ ອາ​ເມ​ລິ​ກາ ຫາ​ກໍ​ສຳ​ເລັດ​ໂຄງການ​ທົດ​ລອງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ສາທາລະນະ​ສຸກ​ທົ່ວ​ໂລກ ກັບ​ຫວຽດນາມ. ​ໂຄງການ​ໄດ້​ນຳ​ມາ​ເຊິ່ງບັນດາ​ການ​ປັບປຸງ​ໃນ​ວຽກ​ງານ​ຄົ້ນ​ພົບ, ຮັບ​ມື​ກັບ​ໂລກລະບາດ ​ແລະ ອາດ​ຈະ​ຖື​ວ່າ​ຄືແມ່ນ​ຮູບ​ແບບ​​ເພີ່ມ​ທະວີ​ຄວາ​ມປອດ​ໄພ​ສາທາລະນະ​ສຸກ​ທົ່ວ​ໂລກ​ໃຫ້​ແກ່​ບັນດາ​ພາກ​ພື້ນ​ອື່ນ​ໃນ​ໂລກ. ​ໃນ​ໄລຍະ 6 ​ເດືອນແຫ່ງການຮ່ວມມື ​ແຕ່​ເດືອນ 7/2013-1/2014, ສູນ​ດັ່ງກ່າວ ຈະ​ສົມທົບ ​ແລະ ຫນູນ​ຊ່ວຍ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫັນ​ວຽກ​ງານ​ວິ​ໄຈ, ບົ່ງມະຕິ​ສຳລັບ​ບັນດາ​ປັດ​ໄຈທີ່​ກໍ່​ໃຫ້​ເກີດ​ພະ​ຍາດ ​ເປັນ​ທັນ​ສະ​ໄຫມ, ພັດທະນາ​ບັນດາ​ລະບົບ​ສື່​ຂ່າວໂດຍ​ທັນ​ທີ່​ເພື່ອ​ຕອບສະຫນອງ​ບໍລິການ​ຢ່າງ​ວ່ອງ​ໄວ​ກວ່າ.
ຂ່າວ/ບົດ​ອື່ນ